ກະຊວງຍຸຕິທຳ ຈັດພິທີການປະກາດການຈັດຕັ້ງ ແລະ ມອບຮັບໜ້າທີ່

     ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 19 ມັງກອນ 2017 ກະຊວງ​ຍຸຕິ​ທຳ​ ໄດ້​ຈັດ​ພິທີ​ປະກາດ​ກາ​ນຈັດ​ຕັ້ງ​ ແລະ ມອບຮັບໜ້າທີ່ຂອງ​ກະຊວງ​ຍຸຕິ​ທຳ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໂດຍພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ ທ່ານ ​ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ບັນດາ​ຮອງ​ລັດຖະມົນຕີ, ຫົວໜ້າຫ້ອງການ,​ ບັນດາຫົວໜ້າກົມ, ຫົວໜ້າສູນ, ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ, ຮອງ​ຫົວໜ້າຫ້ອງການ, ຮອງ​ຫົວໜ້າກົມ, ຮອງ​ຫົວໜ້າສູນ, ຮອງ​ຫົວໜ້າສະ​ຖາ​ບັນ​, ຫົວໜ້າພະ​ແນ​ກຮອງ​ພະ​ແນ​ກ ຕະຫຼອດຮອດ​ພະນັກງານ​-ລັດຖະກອນຂອງ​ກະຊວງ​ຍຸຕິ​ທຳ ​ເຂົ້າ​ຮວ່ມ ຈຳນວນ 299 ທ່ານ.

     ໃນ​ພິທີ​ດັ່ງກ່າວ ທ່ານ ບຸນທາ ຊົງ​ເຢີ​ທ່າວ ກຳມະການ​ພັກ​ກະຊວງ, ຫົວໜ້າກົມ​ຈັດ​ຕັ້ງ ​ແລະ ພະນັກງານ ​ໄດ້​ຂຶ້ນ​ຜ່ານ​ດຳລັດຂອງ​ນາຍົກລັດຖະມົນຕີ​ວ່າ​ດ້ວຍ​ການ​ສັບ​ຊ້ອນ ​ແລະ ​ແຕ່ງ​ຕັ້ງ ຫົວໜ້າ, ຮອງ​ຫົວໜ້າຫ້ອງການ,ບັນດາ​ກົມ​, ສູນ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ​ແລະ ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ, ພ້ອມ​ທັງ ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ເລຂາໜວ່ຍພັກ​ຫ້ອງການ, ບັນດາ​ກົມ ແລະ ສະ​ຖາ​ບັນ ​ດັ່ງ​ມີ​ລາຍ​ຊື່​ ລຸ່ມ​ນີ້: 1. ສັບ​ຊ້ອນ ​ທ່ານ ພູທອນ ​ແກ້ວ​ດວງ​ມະນີ ກຳມະການ​ຄະນະ​ພັກ​ກະຊວງ, ຫົວໜ້າຫ້ອງການ​ກະຊວງ ​ເປັນ​ຫົວໜ້າກົ​ມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ, 2. ສັບ​ຊ້ອນ​ທ່ານ ຄຳ​ພອນ ສີ​ປະ​ເສີດ ກຳມະການ​ຄະນະ​ພັກ​ກະຊວງ ຫົວໜ້າກົມ​ຄຸ້ມ​ຄອງ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ​ເປັນ​ຫົວໜ້າຫ້ອງການ​ກະຊວງ,3. ສັບ​ຊ້ອນ ​ທ່ານ ບຸນ​ຕາ ສ.ຜາບ​ມີ​ໄຊ ກຳມະການ​ຄະນະ​ພັກ​ກະຊວງ ຫົວໜ້າກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ ​ເປັນ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່​ງຊາດ, 4. ສັບ​ຊ້ອນ ​ທ່ານ ປອ ຈອມ​ຄຳ ບຸບຜາ​ລີ​ວັນ ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ເປັນ​ຫົວໜ້າກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ, 5. ສັບຊ້ອນ​ ທ່ານ ​ເກດສະໜາ ພົມມະຈັນ ກຳມະການ​ຄະນະ​ພັກ​ກະຊວງ, ຫົວໜ້າກົມ​ກວດກາ ​ແລະ ປະ​ເມີນ​ຜົນນິຕິ​ກຳ ​ເປັນ​ຫົວໜ້າກົມ​ຮວ່ມມື​ສາກົນ, 6. ສັບ​ຊ້ອນ​ ​ແລະ ​ແຕ່ງ​ຕັ້ງ ທ່າ​ນ ນະ​ລົງລິດ ນໍລະ​ສິງ ວ່າການ​ຫົວໜ້າກົມ​ຮວ່ມມື​ສາກົນ ​ເປັນ​ຫົວໜ້າກົມ​ກວດກາ ​ແລະ ປະ​ເມີນ​ຜົນ​ນິຕິ​ກຳ, 7. ​ແຕ່ງ​ຕັ້ງ ທ່ານ ກອງ​ສີ ສາຍ​ສຸດທາ ຮອງ​ຫົວໜ້າກົມ​ທະບຽນສານ ​ໄປ​ເປັນຫົວໜ້າກົມ​ຄຸ້ມ​ຄອງ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ, 8.​ ແຕ່ງ​ຕັ້ງ ທ່າ​ນ ສີ​ສຸພັນ ທອງ​ສາຍ​ທາລາ ຫົວໜ້ພະ​ແນ​ກສັນຊາດ ກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ ຂຶ້ນ​ເປັນ​ຮອງຫົວໜ້າກົມສົ່ງ​ເສີມ​ລະບົບ​ຍຸຕິ​ທຳ, 9. ​ແຕ່ງ​ຕັ້ງ ທ່ານ ນາງ ​ເພັດ​ສະ​ໃໝ ​ໄຊ​ມົງຄຸນ ຫົວໜ້າພະ​ແນ​ກຄຸ້ມ​ຄອງ​ບໍລິຫານ ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ຂຶ້ນ​ເປັນ​ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ; ​ການ​ປັບປຸງ​ກົງ​ຈັກ​ການຈັດ​ຕັ້ງ​ຄັ້ງ​ນີ້ ກໍ​ເພື່ອ​ເຮັດ​ໃຫ້ການຈັດ​ຕັ້ງ​ມີ​ຄວາມ​ໜັກ​ແໜ້ນ ​ແລະ ​​ເຂັ້ມ​ແຂງ, ສາມາດ​ປະຕິບັ​ດພາລະ​ບົດບາດ​ຂອງ​ກະຊວງ​ຍຸຕິ​ທຳ​ຢ່າງ​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ.

ມອບ-ຮັບ ຫົວໜ້າຫ້ອງການກະຊວງ ລະຫວ່າງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າຫ້ອງການກະຊວງຜູ້ເກົ່າ (ຊ້າຍມື) ແລະ ທ່ານ ຄຳພອນ ສີປະເສີດ ຫົວໜ້າຫ້ອງການກະຊວງຜູ້ໃໝ່ (ຂວາມື)

ມອບ-ຮັບ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ລະຫວ່າງ ທ່ານ ບຸນຊ່ວງ ທະວີສັກ ວ່າການຫົວໜ້າກົມຜູ້ເກົ່າ (ຊ້າຍມື) ແລະ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມຜູ້ໃໝ່ (ຂວາມື)

ມອບ-ຮັບ ຫົວໜ້າກົມການຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ລະຫວ່າງ ທ່ານ ຄຳພອນ ສີປະເສີດ ຫົວໜ້າກົມຜູ້ເກົ່າ (ຊ້າຍມື) ແລະ ທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຜູ້ໃໝ່ (ຂວາມື)

ມອບ-ຮັບ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ແລະ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ລະຫວ່າງ ທ່ານ ປອ. ຈອມຄຳ ບຸບຜາລີວັນ (ຊ້າຍມື) ແລະ ທ່ານ ບຸນຕາ ສ. ພາບມີໄຊ (ຂວາມື)

ມອບ-ຮັບ ຫົວໜ້າກົມກວດກາ ແລະ ປະເມີນຜົນນິຕິກຳ ແລະ ກົມຮ່ວມມືສາກົນ ລະຫວ່າງ ທ່ານ ນະລົງລິດ ນໍລະສິງ (ຊ້າຍມື) ແລະ ທ່ານ ເກດສະໜາ ພົມມະຈັນ (ຂວາມື)

 

     ໃນ​ຕອນ​ທ້າຍ​ຂອງ​ພິທີ ທ່ານ ​ໄຊ​ສີ ສັນ​ຕິ​ວົງ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່​ພິທີ ຊື່​ງກ່ອນ​ອື່ນທ່ານ​ກໍໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ທີ່​ທາງ​ຫ້ອງການ, ບັນດາ​ກົມ, ສູນ ​ແລະ ສະ​ຖາ​ບັນ ຍາດ​ມາ​ໄດ້​ໃນ​​ລະຍະ​ຜ່ານ​ມາ. ພ້ອມ​ນັ້ນ, ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ທີ່​ໄດ້​ຮັບການ​ສັບ​ຊ້ອນ ​ແລະ ແຕ່ງ​ຕັ້ງ​​ໃນຄັ້ງ​ນີ້ ​ຈົ່ງ​ໄດ້ເອົາ​ໃຈ​ໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບຕໍ່ໜ້າທີ່​ການ​ເມືອງ​ຂອງ​ຕົນ​ ​ແລະ ຕັ້ງໜ້າ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຫ້ອງການ, ບັນດາ​ກົມ, ສູນ ​ແລະ ສະ​ຖາ​ບັນ ​ແລະ ​ເຮັດ​ສຳ​ເລັດໜ້າທີ່ ທີ່​ການຈັດ​ຕັ້ງ​ມອບໝາຍ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ.

ຂຽນຂ່າວ: ອ່ອນຄຳ ​ໄຊ​ຍະ​ວົງ    ພາບ: ​ສົມ​ຫວັງ, ສຸກ​ສາຄອນ