ກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບໂທລະພາບ ເພື່ອສັງຄົມຍຸຕິທຳ ປະຈຳປີ 2017

    ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບວຽກງານໂທລະພາບ ປະຈຳປີ 2017 ຂຶ້ນໃນວັນທີ 9 ພະຈິກ 2017 ທີ່ກະຊວງຍຸຕິທຳ ​ພາຍ​ໃຕ້​ການເຂົ້າຮ່ວມ ແລະ ​ເປັນ​ປະທານ​ຂອງ​ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ​ເຂົ້າ​ຮ່ວມໂດຍ ​ທ່ານ ພູທອນ ​ແກ້ວ​ດວງ​ມະນີ ຫົວໜ້າກົມ​ໂຄສະນາ​ເຜີຍ​ກົດໝາຍ, ມີ​ບັນດາ​ຫົວໜ້າ, ຮອງ​ກົມ, ທ່ານ ຜູ້ຕາງໜ້າຫ້ອງການ, ສະ​ຖາ​ບັນ, ສູນ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງດ້ານ​ເສດຖະກິດ, ບັນດາ​ແຂກ​ຖຶກ​ເຊີນ​ຈາກສະຖານີ​ໂທລະພາບ​ແຫ່ງ​ຊາດ​ລາວ, ສະຖາ​ນີໂທລະພາບ​ປ້ອງ​ກັນ​ຄວາມ​ສະຫງົບ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບັນດາ​ພະນັກງານ​ວິຊາ​ການ​ເຂົ້າ​ຮ່ວມ.

     ໃນກອງ​ປະຊຸມ ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ກຽດກ່າວ​ເປີດ​ກອງ​ປະຊຸມ​ຢ່າງ​ເປັນ​ທາງການ. ຈຸດປະສົງ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອສະຫຼຸູບຕີ​ລາຄາ​ການ​ເຄື່ອນ​ໄຫວ​ວຽກງານ​ໂທລະພາບ​ຂອງ​ກະຊວງ​ຍຸຕິ​ທຳ​ໃນ​ໄລຍະ 1 ປີຜ່ານມາ, ຈາກ​ນັ້ນ, ທ່ານ ບຸນ​ລ້ອມ ດວງ​ມາລາ ຮອງ​ຫົວໜ້າກົມ​ໂຄສະນາ​ເຜີຍ​ແຜ່​ກົ​ດໝາຍ ກໍໄດ້​ຂຶ້ນຜ່ານ​ບົດ​ສະຫຼຸບ​​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​​​ໂທລະພາບໃນ​ລະຍະ 1 ປີ​ຜ່ານ​ມາ ຊຶ່ງສາມາດ​ສະຫຼຸບ​ໄດ້ ດັ່ງນີ້: ການ​ຜະລິດ​ລາຍການ​ອອກ​ອາກາດ​ໄດ້​ທັງໝົດ 65 ​ເທບ, ​ມີ 318 ຫົວ​ຂໍ້ຂ່າວ ​ແລະ ສຳພາດ​ກ່ຽວກັບບັນຫາກົດໝາຍ 54 ຄັ້ງ, ​ເກັບ​ກຳ​ຂ່າວ​ຢູ່​ທ້ອງ​ຖິ່ນ​ໄດ້ 61 ຄັ້ງ, ສຳ​ພາດ​ການ​ນຳຫຼັກ​ແຫຼ່ງໃນ​ການຈັດ​ຕັ້ງ​ປະຕິບັດ​ລັດຖະທຳ​ມະນູນ ​ແລະ ກົດໝາຍ​ໃນ​ຂົງ​ເຂດຄວາມ​ຮັບຜິດຊອບ​ຂອງ​ຕົນ​ໄດ້ 45 ຄັ້ງ, ໃນນີ້ ​ຂະ​ແໜງຍຸຕິ​ທຳ 37 ຄັ້ງ ​ແລະ ຂະ​ແໜງການ​ອື່ນ 8 ຄັ້ງ, ໄດ້​ເຄື່ອນ​ໄຫວຖ່າຍທຳ, ຕັດ​ຕໍ່ລາຍການ​ໄດ້ 318 ຄັ້ງ, ​ໄດ້​ຕິດຕາມ​ການ​ນຳ​ຂອງ​ກະຊວງ​ຍຸຕິ​ທຳ ​ໄປ​ເຄື່ອນ​ໄຫວ​ຊຸກຍູ້​ຊີ້ນຳ​ວຽກງານ​ຍຸຕິ​ທຳ​ໃນ​ຂອບ​​ເຂດ​ທົ່ວ​ປະ​ເທດ​ 205 ຄັ້ງ. ນອກຈາກ​ນັ້ນ​, ທ່ານຍັງ​ໄດ້​ຍົກ​ໃຫ້ເຫັນ​ດ້ານດີ, ດ້ານ​ອ່ອນ ​ແລະ ຂໍ້​ຄົງ​ຄ້າງຈຳນວນໜຶ່ງ​​ໃນການ​ຈັດ​ຕັ້ງ​ປະຕິບັດວຽກງານທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນລະຍະຜ່ານມາ, ພາຍຫຼັງທີ່ໄດ້ຮັບຟັງການລະຫຼຸບລາຍງານແລ້ວ ​ຜູ້​ເຂົ້າ​ຮ່ວມ​ກໍ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​​ເຫັນຕໍ່ກັບວຽກງານດັ່ງກ່າວ​ຢ່າງ​ກົງ​ໄປ​ກົງ​ມາ ດ້ວຍບັນຍາກາດ​ຟົດຟື້ນ.

    ໃນ​ຕອນ​ທ້າຍຂອງກອງປະຊຸມ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່ຜົນສຳ​ເລັດ​ທີ່​ຍາດມາໄດ້​ໃນ​ລະຍະ​ຜ່ານ​ມາ ​ພ້ອມກັນນີ້ ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ຮັບຜິດຊອບ​ກໍ​ຄື​ກົມ​ໂຄສະນາ​ອົບຮົມ​ກົດໝາຍ ຈົ່ງ​ພ້ອມ​ກັນ​ສືບຕໍ່ຈັດ​ຕັ້ງ​ປະຕິບັດ​ວຽກງານດັ່ງກ່າວ​ນີ້​ໃຫ້​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ໄປ​ເລື້ອຍໆ ​ແລະ ນຳ​ເອົາ​ບົດຮຽນທີ່​ໄດ້​ຈາກ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ໄປ​ປັບປຸງ​ໃຫ້​ລາຍການ ​ເພື່ອ​ສັງຄົມ​ຍຸຕິ​ທຳ​ໄດ້ຫັນປ່ຽນໄປສູ່ຄຸນນະພາບໃໝ່ ເພື່ອເຮັດຫຼ້ອນໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ຫຼາຍຂຶ້ນກວ່າ​ເກົ່າ.

ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ຊາຍພິມພອນ ສິຣິວົງໄຊ

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ
.

ປະເພດຂ່າວ: