Submitted by wickyboubphalyvanh on

ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງວຽງຈັນ ໃນວັນທີ 28 ຫາ 31 ສິງຫາ 2017 ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ສຳລັບພະແນກຍຸຕິທຳ 3 ແຂວງ ແລະ ຫ້ອງການຍຸຕິທຳເມືອງ 9 ຕົວເມືອງ ທົ່ວປະເທດ. ໃຫ້ກຽດເປັນປະທານໂດຍ ທ່ານ ກອງສີ ອຸດົມ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳ ແຂວງວຽງຈັນ, ມີທ່ານ ວິກອນ ບຸນວິໄລ ຮອງກົມສົ່ງເສີມລະບົບຍຸຕິທຳ ແລະ ທະບຽນຄອບຄົວ, ທ່ານ ພອນສິນ ທິລະກຸນ ຫົວໜ້າຫ້ອງການຄຸ້ມຄອງລະບົບຍຸຕິ ແລະ ທະບຽນຄອບຄົວ, ນອກຈາກນີ້ ຍັງມີສຳມະນາກອນເຂົ້າຮ່ວມຈາກ ແຂວງ ວຽງຈັນ, ແຂວງ ຊຽງຂວາງ, ແຂວງ ຫົວພັນ ແລະ ຜູ້ຕາງ ໜ້າອົງການມິດຕະພາບເມັນໂນນາຍ ຈຳນວນ 30 ທ່ານ.
ໃນກອງປະຊູມ ທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ແລະ ທະບຽນຄອບຄົວ ໄດ້ສະເໜີແຜນຍຸດທະສາດ ແລະ ການປະຕິບັດວຽກງານຍຸຕິທຳຮາກຖານ ເປັນຕົ້ນ ວຽກງານການແກ້ໄຂຂໍ້ຂັດແຍ່ງ ຂັ້ນບ້ານໃນລະຍະຜ່ານມາ ພ້ອມທັງໃຫ້ແຕ່ລະແຂວງລາຍງານດ້ານດີ, ດ້ານອ່ອນ, ຂໍ້ຫຍຸ້ງຍາກ ແລະ ປະສົບການໃນການຈັດຕັ້ງໃນລະຍະຜ່ານມາ. ຫຼັງຈາກນັ້ນ, ອົງການມິດຕະພາບເມັນໂນນາຍ ກໍໄດ້ແລກປ່ຽນຄໍາເຫັນໃສ່ ໂຄງການສ້າງຄວາມເຂັ້ມແຂງໃຫ້ກັບຄະນະແກ້ໄຂຂໍ້ດແຍ່ງຂັ້ນບ້ານ. ຈຸດປະສົງເປົ້າໝາຍ ແມ່ນສ້າງພະນັກງານຂັ້ນແຂວງ, ຂັ້ນເມືອງໃຫ້ເປັນນັກໄກ່ເກ່ຍ ແລະ ສາມາດໄປຝຶກອົບຮົບໃຫ້ຄະນະຂໍ້ຂັດແຍ່ງຂັ້ນບ້ານທີ່ຕົນຮັບ ຜິດຊອບ ເປັນຕົ້ນ ບົດບາດ, ໜ້າທີ່ຂອງຄະນະໄກ່ເກ່ຍ, ທັກສະຂອງນັກໄກ່ເກ່ຍ ແລະ ແນວທາງການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ໃນອະນາຄົດ.
ຕອນທ້າຍ ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທຳ ແຂວງວຽງຈັນ ໄດ້ໃຫ້ຄຳແນະນຳຕໍ່ຜູ້ເຂົ້າຮ່ວມປະຊຸມໃນຄັ້ງນີ້ ຈົ່ງນຳເອົາເນື້ອໃນການຝຶກອົບຮົມ ເປັນຕົ້ນ ການຄົ້ນຄ້ວາ, ສົນທະນາ ແລະ ປະກອບຄຳເຫັນແລກປ່ຽນເຊິ່ງກັນ ແລະ ກັນ ບວກກັບຄວາມຮູ້ຄວາມສາມາດຂອງພວກທ່ານ ໄປນຳໃຊ້ຢູ່ພະແນກການທ້ອງຖິ່ນຕົນ ແລະ ນຳເອົາບົດຮຽນດັ່ງກ່າວລົງໄປສູ່ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໃຫ້ໄດ້ຮັບຜົນດີ ໂດຍສະເພາະ ແມ່ນການນຳເອົາວຽກງານການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໄປເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຢ່າງກ້ວາງຂວາງ ແນໃສ່ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ຫຼີກລ່ຽງການລະເມີດກົດໝາຍ ຊຶ່ງພາໃຫ້ເກີດຂໍ້ຂັດ ແຍ່ງ, ຖ້າມີຂໍ້ຂັດແຍ່ງເກີດຂຶ້ນ ກໍສາມາດແກ້ໄຂກັນໄດ້ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບສຸກໂດຍພື້ນຖານ.
ກອງປະຊຸມໄດ້ປິດລົງໃນວັນທີ 31 ສິງຫາ 2017.
ຂຽນຂ່າວ ແລະ ຖ່າຍພາບໂດຍ: ຜູ້ປະສານງານແຂວງວຽງຈັນ