Submitted by KhammouaneTk on

ໜ່ວຍຮາກຖານສະຫະພັນຍິງ ພະແນກຍຸຕິທຳແຂວງຄຳມ່ວນ ໄດ້ເປີດກອງປະຊຸມບັ້ນຂໍ້ແຂ່ງຂັນ 3 ດີ ຂື້ນຢ່າງເປັນທາງການ ໃນວັນທີ 28 ສິງຫາ2017 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມຂອງ ທ່ານ ນາງ ບຸນຖອນ ພະຈັນທອນ ຮອງປະທານສະຫະພັນຍິງ ແຂວງຄຳມ່ວນ ພ້ອມນັ້ນ ຍັງມີບັນດາປະທານສະຫະພັນຍິງພະແນກການອ້ອມຂ້າງ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນພະແນກເຂົ້າຮ່ວມ ຢ່າງພ້ອມພຽງ.
ທ່ານ ນາງ ພອນປະສຸກ ຈະເລີນສຸກ ປະທານ ຮາກຖານສະຫະພັນຍິງພະແນກຍຸຕິທຳແຂວງຄຳມ່ວນ ໄດ້ຂຶ້ນຜ່ານບົດສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະ1 ປີ 2015–2017 ຂອງຮາກຖານສະຫະພັນຍິງ ພ້ອມທັງ ທິດທາງແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນຕໍ່ໜ້າ.
ແມ່ຍິງລາວໃນຖານະເປັນອົງການມະຫາຊົນຂອງພັກ ມີບົດບາດປຸກລະດົມເຕົ້າໂຮມຄວາມສາມັກຄີຂອງແມ່ຍິງລາວບັນດາເຜົ່າ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເອົາໃຈໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ VII, ມະຕິຄັ້ງທີ່ IX ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ຄັ້ງທີ່ IX ຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງຄຳມ່ວນ, ມະຕິກອງປະຊຸມໃຫຍ່ I ຂອງຮາກຖານໜ່ວຍສະຫະພັນຍິງ ພະແນກຍຸຕິທຳແຂວງ
ຈາກນັ້ນ ທ່ານນາງ ບຸນຖອນ ພະຈັນທອນ ໄດ້ມີຄຳເຫັນກ່ຽວກັບຄວາມໝາຍຄວາມສຳຄັນຂອງສະຫະພັນຍິງລາວຕໍ່ກອງປະຊຸມຂໍ້ແຂ່ງຂັນ 3 ດີ ຄັ້ງທີ 1 ໃຫ້ເອື້ອຍນ້ອງແມ່ຍິງທີ່ເປັນສະມາຊິກສະຫະພັນຍິງທຸກພາກສ່ວນ ໃຫ້ເອົາໃຈໃສ່ພັດທະນາ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ, ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ຕັ້ງໜ້າບຸກບືນຊອກຮູ້ຮ່ຳຮຽນໃຫ້ທັນກັບພາວະກະແສໂລກາພິວັດ ໃນປັດຈຸບັນ ເພື່ອເປັນການສ້າງຄວາມເຂັ້ມແຂງ ດ້ານຕ່າງໆໃຫ້ແກ່ອົງການສະຫະພັນແມ່ຍິງລາວ.