Submitted by wickyboubphalyvanh on

ເວລາ 16:30 ໂມງຂອງວັນທີ 23 ສິງຫາ 2017 ຢູ່ທີ່ສຳນັກງານກະຊວງຍຸຕິທຳຫຼັງໃໝ່, ບ້ານໂນນສະອາດ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກມອບ - ຮັບໂຄງການກໍ່ສ້າງຕາຂ່າຍໄຟຟ້າ ແລະ ຕິດຕັ້ງໝໍ້ແປງເຂົ້າຕຶກກະຊວງຍຸຕິທຳຫຼັງໃໝ່ ລະຫວ່າງ ກະຊວງຍຸຕິທຳ (ເຈົ້າຂອງໂຄງການ) ແລະ ລັດວິສາຫະກິດກໍ່ສ້າງຂົວ - ທາງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ ໄຊສົມບູນ.
ໃນພິທີດັ່ງກ່າວເປັນກຽດເຂົ້າຮ່ວມໂດຍ ທ່ານ ໄຊສີສັນຕິວົງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ, ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ດາວເຮືອງ ທິບພະອາດ, ຮອງອຳນວຍການລັດວິສາຫະກິດກໍ່ສ້າງຂົວ - ທາງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ ໄຊສົມບູນ, ບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນຍຸຕິທຳແຫ່ງຊາດ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ແລະ ເແຂກຖືກເຊີນຈາກກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ຕ່າງໜ້າລັດວິສາຫະກິດໄຟຟ້າລາວ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງ, ສາຂາເມືອງໄຊທານີ ພ້ອມດ້ວຍພະນັກງານ - ລັດຖະກອນຂອງສອງຝ່າຍ ເຂົ້າຮ່ວມ.
ຕາງໜ້າເຊັນມອບໂດຍ ທ່ານ ດາວເຮືອງ ທິບພະອາດ, ຮອງອຳນວຍການລັດວິສາຫະກິດກໍ່ສ້າງຂົວ - ທາງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ ໄຊສົມບູນ, ຕາງໜ້າເຈົ້າຂອງໂຄງການໂດຍ ທ່ານ ຄຳພອນ ສີປະເສີດ, ຫົວໜ້າຫ້ອງການກະຊວງຍຸຕິທຳ ເປັນຜູ້ເຊັນຮັບ ໂດຍຊ້ອງໜ້າການນຳຂອງກະຊວງຍຸຕິທຳ ແລະ ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການກໍ່ສ້າງຕາຂ່າຍໄຟຟ້າ ແລະ ຕິດຕັ້ງໝໍ້ແປງເຂົ້າຕຶກກະຊວງຍຸຕິທຳຫຼັງໃໝ່ ເປັນໂຄງການໃຊ້ງົບປະມານການລົງທຶນຂອງລັດ 100% ຊຶ່ງໄດ້ລົງມືຈັດຕັ້ງປະຕິບັດໂຄງການ ເລີ້ມແຕ່ວັນທີ 25 ກໍລະກົດ 2016 ເປັນຕົ້ນມາ ມີມູນຄ່າທັງໝົດ 2,499,306,000 ກີບ ( ສອງຕື້ ສີ່ຮ້ອຍເກົ້າສິບເກົ້າລ້ານ ສາມແສນຫົກພັນ ກີບ ) ມາເຖິງປັດຈຸບັນນີ້ ໂຄງການດັ່ງກ່າວ ໄດ້ສຳເລັດການກໍ່ສ້າງທຸກໆໜ້າວຽກ 100% ຕາມສັນຍາ ແລະ ໃບສະເໜີລາຄາຂອງໂຄງການທີ່ຄະນະກຳມະການໄດ້ກວດກາຄຸນນະພາບ, ເຕັກນິກການກໍ່ສ້າງ ແລະ ໜ້າວຽກຂອງໂຄງການທີ່ໄດ້ຈັດຕັ້ງປະຕິບັດຕົວຈິງຢູ່ພາກສະໜາມ ໄດ້ສຳເລັດເປັນຢ່າງດີຕາມໜ້າວຽກຂອງໂຄງການ ເຊັ່ນ ໄດ້ປຸກເສົາ ແລະ ປະກອບອຸປະກອນຫົວເສົາຄົບຊຸດ, ໄດ້ດຶງຕາຂ່າຍໄຟຟ້າ 22KV, ໄດ້ຕິດຕັ້ງໝໍ້ແປງໄຟຟ້າ 1,600KVA, ໄດ້ຕິດຕັ້ງໜ່ວຍຕັດໄຟ 22KV, ໄດ້ຕິດຕັ້ງໜ່ວຍກັນຟ້າຜ່າ 22KV, ໄດ້ຕິດຕັ້ງໝໍ້ແປງກະແສໄຟຟ້າ 22KV, ໄດ້ຕິດຕັ້ງໝໍ້ແປງແຮງດັນໄຟຟ້າ 22KV ພ້ອມທັງໄດ້ກວດກາເຕັກນິກ ແລະ ເຊື່ອມຕໍ່ເຂົ້າລະບົບຕາຂ່າຍໄຟຟ້າແຮງກາງຈາກລັດວິສາຫະກິດໄຟຟ້າລາວ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງດ ສາຂາເມືອງໄຊທານີສາມາດຕອບສະໜອງກະແສໄຟຟ້າໃຫ້ແກ່ກະຊວງຍຸຕິທຳ ຕາມການທົດລອງຂອງລັດວິສາຫະກິດໄຟຟ້າລາວ ຮ່ວມກັບຄະນະຄຸ້ມຄອງໂຄງການ ແລະ ບໍລິສັດຮັບເໝົາກໍ່ສ້າງໄດ້ເປັນຢ່າງດີ. ສະນັ້ນ, ບໍລິສັດຮັບກໍ່ສ້າງ ຈຶ່ງໄດ້ມອບໂຄງການດັ່ງກ່າວໃຫ້ກະຊວງຍຸຕິທຳ ໃນນາມເຈົ້າຂອງໂຄງການ ເປັນຜູ້ນຳໃຊ້ ແລະ ບຳລຸງຮັກສາໃຫ້ເກີດຜົນປະໂຫຍດສູງສຸດຕໍ່ໄປ.
ຂຽນຂ່າວ ແລະ ຖ່າຍພາບໂດຍ: ບຸນເຈືອ ພົມມະຈັນ