Submitted by xaiyphimphone on

ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆ ຂອງຊາດ ໂດຍສະເພາະ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 26 ປີ ປະຈໍາປີ 2017 ໃຫ້ດໍາເນີນໄປຢ່າງມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍສໍາຄັນ ທັງເປັນການສ້າງຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ, ໃນຕອນບ່າຍຂອງວັນທີ 4 ສິງຫາ 2017 ທີ່ເດີ່ນເຕະບານໄອເຕັກ ທີມນັກກິລາເຕະບານກະຊວງຍຸຕິທຳ ໄດ້ສ້າງຂະບວນການແຂ່ງຂັນກິລາມິດຕະພາບ ກັບທີມນັກກິລາເຕະບານ ຂອງຫ້ອງວ່າການປົກຄອງເມືອງ ໄຊເສດຖາ ນໍາພາໂດຍ ທ່ານ ຄໍາພອນ ສີປະເສີດ ຫົວໜ້າຫ້ອງການກະຊວງຍຸຕິທໍາ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ຖະໜອມ ຖໍາທອງ ເຈົ້າເມືອງໆໄຊເສດຖາ, ມີທ່ານຮອງລັດຖະມົນຕີ, ທ່ານຮອງເຈົ້າເມືອງ ພ້ອມດ້ວຍພະນັກງານ, ນັກກິລາ ແລະ ບັນດາກອງເຊຍ 2 ຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ.
ການສ້າງຂະບວນການແຂ່ງຂັນກິລາໃນຄັ້ງນີ້ ແມ່ນໄດ້ແຂ່ງຂັນກິລາເຕະບານຊາຍ ແລະ ກິລາເຕະບານຍິງ. ສໍາລັບຜົນການແຂ່ງຂັນ ກິລາເຕະບານຊາຍ ແມ່ນທີມກະຊວງຍຸຕິທໍາ ສະເໝີ ທີມຫ້ອງວ່າການປົກຄອງເມືອງໄຊເສດຖາ 5 ປະຕູຕໍ່ 5. ສ່ວນຜົນການແຂ່ງຂັນ ກິລາເຕະບານຍິງ ແມ່ນທີມກະຊວງຍຸຕິທໍາ ເອົາຊະນະ ທີມຫ້ອງວ່າການປົກຄອງເມືອງໄຊເສດຖາໄດ້ 4 ປະຕູຕໍ່ 0.
ຂຽນຂ່າວ: ໄຊຍະສິດ ຖ່າຍພາບໂດຍ: ຈັນທະວີສຸກ, ວຽງໄຊ
ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ