Submitted by wickyboubphalyvanh on

ໜ່ວຍພັກພະແນກຍຸຕິທຳ ແຂວງວຽງຈັນ ໄດ້ເປີດກອງປະຊຸມບັ້ນດໍາເນີນຊີວິດການເມືອງ ເພື່ອປັບປຸງ, ປົວແປງພາຍໃນໜ່ວຍພັກ ໃນລະຫວ່າງວັນທີ 24 ຫາ 25 ກໍລະກົດ 2017, ພາຍໃຕ້ການເປັນປະທານຂອງສະ ຫາຍ ນາງ ສິງຄຳ ຄົງສະຫວັນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆ ວຽງຈັນ, ຄະນະຮັບຜິດຊອບດຳເນີນຊີວິດການເມືອງປັບປຸງປົວແປງພັກຂັ້ນແຂວງ, ມີຜູ້ເຂົ້າຮ່ວມທັງໝົດ 26 ສະຫາຍ, ຍິງ 11 ສະຫາຍ, ໃນນີ້ມີສະມະຊິກພັກສຳຮອງ 3 ສະຫາຍ, ຍິງ 2 ສະຫາຍ.
ໃນກອງປະຊຸມບັນດາສະມາຊິກພັກ ໄດ້ເຊື່ອມຊືມເອກກະສານຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 1 ກຸມພາ 2017 ວ່າດ້ວຍ ການດຳເນີນຊີວິດການເມືອງປັບປຸງ, ປົວແປງທົ່ວພັກ ປີ 2017 ແລະ ເອກະສານເດັດດ່ຽວ, ປັບປຸງ, ປົວແປງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ພາຍຫຼັງທີ່ສະມາຊິກພັກ ໄດ້ເຊື່ອມຊືມເອກະສານດັ່ງກ່າວສຳເລັດແລ້ວ, ສະຫາຍເລຂາໜ່ວຍພັກພະແນກຍຸຕິທຳແຂວງ ກໍໄດ້ ຜ່ານບົດສະຫຼຸບຕີລາຄາການຊີ້ນຳ-ນຳພາຂອງວຽກງານຮອບດ້ານຂອງຄະນະໜ່ວຍພັກ ແລະ ໃຫ້ຜູ້ແທນປະກອບຄຳເຫັນຕໍ່ບົດສະຫຼຸບ. ພ້ອມກັນນັ້ນ, ບັນດາສະມາຊິກພັກ ໄດ້ຜ່ານບົດສຳຫຼວດກວດກາຕີລາຄາຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ຕາມເນື້ອໃນເອກະສານເດັດດ່ຽວ, ປັບປຸງ, ປົວແປງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍສະເພາະ ໄດ້ເນັ້ນໜັກ 6 ຄຸນທາດການເມືອງ, 7 ຄຸນສົມບັດສິນທຳປະຕິວັດ, 4 ແບບແຜນການນຳພາ ແລະ ວິທີເຮັດວຽກ, ສະກັດກັ້ນ ແລະ ຕ້ານພະຍາດອາດຍາສິດ, ການສໍ້ລາດບັງຫຼວງ ແລະ ການເຄື່ອນໄຫວວຽກງານໃນລະຍະຜ່ານມາ ລວມທັງຍົກໃຫ້ເຫັນດ້ານດີ, ດ້ານອ່ນ ແລະ ຂໍ້ຄົງຄ້າງຂອງແຕ່ລະ ສະຫາຍ ແລະ ຕີລາຄາຈັດປະເພດສະມາຊິກພັກແຂງ.
ບັ້ນຍາກາດໃນບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກຄັ້ງນີ້ ເຫັນວ່າມີບັນຍາກາດຟົດຟື້ນ ແລະ ສ້າງສັນ. ສະມາຊິກແຕ່ລະສະຫາຍ ມີຄວາມຈິງໃຈປະກອບຄຳເຫັນຕໍານິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ໄດ້ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຄວາມເປັນຈິງ ເພື່ອສົ່ງຂ່າວແບບປິດລັບ ໃນການກໍ່ສ້າງເຊິ່ງກັນ ແລະ ກັນ, ພ້ອມທັງລົງຄະແນນສຽງຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ຄະນະພັກຢ່າງເປັນເອກະພາບ ເພື່ອປັບປຸງ ປົວແປງໃນຕໍ່ໜ້າ .
ກອງປະຊຸມໃນຄັ້ງນີ້ ສະຫາຍ ນາງ ສິງຄຳ ຄົງສະຫວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆວຽງຈັນ ໄດ້ກ່າວຄຳເຫັນ ແລະ ໃຫ້ທິດຊີ້ນຳຕໍ່ ໜ່ວຍພັກ ພະແນກຍຸຕິທຳແຂວງວຽງຈັນ ດັ່ງນີ້: ໃຫ້ຄະນະໜ່ວຍພັກພະແນກ ຍຸຕິທຳແຂວງວຽງຈັນ ຈົ່ງພ້ອມກັນສືບຕໍ່ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ ວ່າດ້ວຍການດຳເນີນຊີ ວິດການເມືອງ ປັບປຸງ, ປົວແປງທົ່ວໜ່ວຍພັກ ຂັ້ນຂອງຕົນ, ສືບຕໍ່ເອົາໃຈໃສ່ຜົນຂອງການດຳເນີນຊີວິດການເມືອງ, ປັບປຸງ, ປົວແປງພັກຄັ້ງນີ້ ສົມທົບກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ສືບຕໍ່ປັບປຸງປ່ຽນແປງແບບແຜນການນຳພາ ແລະ ວິທີເຮັດວຽກ ຂອງຄະນະໜ່ວຍພັກ ປ່ຽນແປງທັດສະນະແນວຄິດ ແລະ ການປະພຶດທີ່ບໍ່ຖືກຕ້ອງຂອງຄະນະໜ່ວຍພັກຂອງຕົນ ແລະ ສະມາຊິກພັກແຕ່ລະສະຫາຍ, ເພີ່ມທະວີ ແລະ ຊຸກຍູ້ວຽກງານຕິດຕາມ, ກວດກາສະມາຊິກ ແລະ ກໍ່ສ້າງເອົາ, ຄັດເລືອກເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ສົມບູນ ແຕ່ລະສະຫາຍຕ້ອງໄດ້ຖຶກຕິດມາ ແລະ ປະກອບສ່ວນໃນອົງການຈັດຕັ້ງຊາວໜຸ່ມ ແມ່ຍິງ ແລະ ກຳມະບານ ໃຫ້ສອດຄ່ອງກັບທຸກຂົງ ເຂດວຽກງານ. ພ້ອມດຽວກັນນັ້ນ ຕ້ອງເອົາໃຈໃສ່ໃນການຄຸ້ມຄອງການບໍລິຫານລັດ, ການແກ້ໄຂພະຍາດອາດຍາສິດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ຂາດຕົວ ຢູ່ໃນຂັ້ນພະນັກງານນຳພາ-ຄູ້ມຄອງ, ສະມາ ຊິກພັກ, ພະນັກງານວິຊາການຕາມສິດຄຸ້ມຄອງຂອງຕົນໃຫ້ເຂັ້ມແຂງກ່ວາເກົ່າ. ກອງປະຊຸມໄດ້ສະຫຼຸບ ແລະ ປິດລົງໃນວັນທີ 25/7/2017 ດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ.
ຂຽນຂ່າວ ແລະ ຖ່າຍພາບໂດຍ: ຜູ້ປະສານງານແຂວງ ວຽງຈັນ