Submitted by suseng1 on

ຢູ່ທີ່ກະຊວງຍຸຕິທຳ, ກົມກົດໝາຍ ໄດ້ຈັດກອງປະຊຸມໃຫ້ຄຳເຫັນແນະນຳກ່ຽວກັບການຂຽນບົດປະເມີນຜົນກະທົບຂອງຮ່າງນິຕິກຳ ໃຫ້ແກ່ຄະນະຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳຂອງກະ ຊວງຍຸຕິທຳຂຶ້ນ ໃນວັນທີ 27 ມິຖຸນາ 2017 ໂດຍການເປັນປະທານ ຂອງ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກກົມກົດໝາຍ ກະຊວງຍຸຕິທຳ ພ້ອມດ້ວຍພະນັກງານ ກົມກົດໝາຍ (ສູນປະເມີນຜົນກະທົບຂອງຮ່າງນິຕິກຳ) ກະຊວງຍຸຕິທຳ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 20 ທ່ານ.
ຈຸດປະສົງຂອງການຈັດກອງຊຸມໃຫ້ຄຳເຫັນແນະນຳກ່ຽວກັບການຂຽນບົດປະເມີນຜົນກະທົບຂອງຮ່າງນິຕິກຳໃນຄັ້ງນີ້ ແມ່ນເພື່ອໃຫ້ຄໍາແນະນໍາເບື້ອງຕົ້ນກ່ຽວກັບການຂຽນບົດປະເມີນຜົນກະທົບຂອງຮ່າງນິຕິກຳ ທີ່ຈະສ້າງ ຫຼື ປັບປຸງໃຫ້ຖືກຕ້ອງ, ຄົບຖ້ວນຕາມແບບພິມ (IA Note From) ແລະ ຖືກຕ້ອງຕາມຂັ້ນຕອນ, ຂະບວນການ, ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ໃຫ້ສຳເລັດຕາມແຜນການທີກຳນົດໄວ້ ຊຶ່ງກະ ຊວງຍຸຕິທຳ ໄດ້ສຸມໃສ່ການໃຫ້ຄຳແນະນຳແນະນຳ ກ່ຽວກັບການຂຽນບົດປະເມີນຜົນກະທົບຂອງຮ່າງນິຕິກຳ ແກ່ຄະນະຮັບຜິດຊອບສ້າງ ແລະ ປັບປຸງຮ່າງກົດໝາຍ ໂດຍສະເພາະແມ່ນ ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍງທາງດ້ານເສດຖະກິດ, ຮ່າງກົດໝາຍວ່າດ້ວຍການປະຕິບັດຄຳຕັນສິນຂອງສານ, ຮ່າງກົດໝາຍວ່າດ້ວຍສັນຊາດ, ຮ່າງດຳລັດວ່າດ້ວຍການຊ່ວຍເຫຼືອລ້າທາງດ້ານກົດໝາຍ ແລະ ຮ່າງດຳລັດວ່າດ້ວຍກອງທຶນຊ່ວຍເຫຼືອລ້າທາງດ້ານກົດໝາຍ.
ຂຽນຂ່າວ: ສື່ເຊັ່ງ ເຍຍປາວເຮີ, ຖ່າຍພາບ: ໄຂ່ທອງ ເພຍແກ້ວ
ຜູ້ປະສານງານ ກົມກົດໝາຍ