Submitted by SomVang on

ເພື່ອເປັນການປັບປຸງ, ປົວແປງພາຍໃນພັກ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ໃນລະຫວ່າງວັນທີ 19 ຫາ 23 ມິຖຸນາ 2017ນີ້ ໜ່ວຍພັກພະແນກຍຸຕິທຳ ແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດ ການເມືອງ ເພື່ອປັບປຸງ, ປົວແປງພາຍໃນພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ປອ ຄຳເຜີຍ ຜັນທະຈອນ ຮອງ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13, ປະທານສະພາປະຊາຊົນ ແຂວງສະຫວັນນະເຂດ, ມີຄະນະພັກ, ສະມາຊິກພັກ ເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 7 ສະຫາຍ.
ໃນກອງປະຊຸມບັນດາສະມາຊິກພັກ ໄດ້ເຊື່ອມຊືມເອກກະສານຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 1 ກຸມພາ 2017 ວ່າດ້ວຍ ການດຳເນີນຊີວິດການເມືອງປັບປຸງ, ປົວແປງທົ່ວ ພັກ ປີ 2017 ແລະ ເອກະສານເດັດດ່ຽວ, ປັບປຸງ, ປົວແປງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ພາຍຫຼັງທີ່ສະມາຊິກພັກໄດ້ເຊື່ອມຊືມເອກະສານດັ່ງກ່າວສຳເລັດແລ້ວ ສະຫາຍເລຂາໜ່ວຍພັກພະແນກຍຸຕິທຳແຂວງ ກໍໄດ້ຜ່ານບົດສະຫຼຸບຕີລາຄາ ການຊີ້ນຳ-ນຳພາຂອງວຽກງານຮອບດ້ານຂອງຄະນະໜ່ວຍພັກ ແລະ ໃຫ້ຜູ່ແທນປະກອບຄຳເຫັນຕໍ່ບົດສະຫຼຸບ. ໃນກອງປະຊຸມບັນດາສະມາຊິກພັກ ມີການສຳຫຼວດຕົນເອງດ້ວຍການຕີລາຄາ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຕາມເນື້ອໃນເອກະສານເດັດດ່ຽວ, ປັບປຸງ, ປົວແປງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍສະເພາະ 6 ຄຸນທາດການເມືອງ, 7 ຄຸນສົມບັດສິນທຳປະຕິວັດ, 4 ແບບແຜນ ການນຳພາ ແລະ ວິທີເຮັດວຽກ, ສະກັດກັ້ນ ແລະ ຕ້ານພະຍາດອາດຍາສິດ, ການສໍ້ລາດບັງຫຼວງ ແລະ ການເຄື່ອນໄຫວວຽກງານໃນລະຍະຜ່ານມາ ລວມທັງຍົກໃຫ້ເຫັນດ້ານດີ, ດ້ານອ່ນ ແລະ ຂໍ້ຄົງຄ້າງຂອງແຕ່ລະສະຫາຍ. ພ້ອມທັງຕີລາຄາຈັດປະເພດສະມາຊິກພັກແຂງ.
ໃນກອງປະຊຸມບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກຄັ້ງນີ້ ສະມາຊິກແຕ່ລະສະຫາຍຍັ້ງໄດ້ໃຊ້ສິດ ປະຊາທິປະໄຕ ບົນພື້ນຖານຄວາມເປັນຈິງ ເພື່ອສົ່ງຂ່າວແບບປິດລັບ ໃນການກໍ່ສ້າງເຊິ່ງກັນ ແລະ ກັນ, ພ້ອມ ທັງລົງ ຄະແນນສຽງຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ຄະນະພັກ ຄະນະພະແນກ ຕາມວາລະ ແລະ ລະບຽບຂອງກອງປະຊຸມຄັ້ງນີ້ໄດ້ກຳນົດໄວ້.
ກອງປະຊຸມໄດ້ວ່າງຈຸດສຸມໃນຕໍ່ໜ້າຂອງໜ່ວຍພັກ ຊຶ່ງມີດັ່ງນີ້: ຄະນະໜ່ວຍພັກຈະໄດ້ສືບຕໍ່ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ ວ່າດ້ວຍການດຳເນີນຊີ ວິດການເມືອງ ປັບປຸງ, ປົວແປງທົ່ວໜ່ວຍພັກຂັ້ນຂອງຕົນ, ສືບຕໍ່ເອົາໃຈໃສ່ຜົນຂອງການດຳເນີນຊີວິດການເມືອງ, ປັບປຸງ, ປົວແປງພັກຄັ້ງນີ້ ສົມທົບກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ສືບຕໍ່ປັບປຸງປ່ຽນແປງ ແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະໜ່ວຍພັກ ປ່ຽນແປງທັດສະນະແນວຄິດ ແລະ ການປະພຶດທີ່ບໍ່ຖືກຕ້ອງຂອງຄະນະໜ່ວຍພັກຂອງຕົນ ແລະ ສະມາຊິກພັກແຕ່ລະສະຫາຍ, ເພີ່ມທະວີ ແລະ ຊຸກຍູ້ວຽກ ງານຕິດຕາມ, ກວດກາ ໃຫ້ສອດຄ່ອງກັບທຸກຂົງເຂດວຽກງານ ເປັນຕົ້ນແມ່ນ ການຄຸ້ມຄອງການບໍລິຫານລັດ, ການແກ້ໄຂພະຍາດອາດຍາສິດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ຂາດຕົວ ຢູ່ໃນຂັ້ນພະນັກ ງານນຳພາ-ຄູ້ມຄອງ, ສະມາຊິກພັກ, ພະນັກງານວິຊາການຕາມສິດຄຸ້ມຄອງຂອງຕົນໃຫ້ເຂັ້ມແຂງກ່ວາເກົ່າ. ກອງປະຊຸມໄດ້ສະຫຼຸບ ແລະ ປິດລົງໃນວັນທີ 23/6/2017 ດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດ ໝາຍ.