Submitted by wickyboubphalyvanh on

ໃນລະຍະ 6 ເດືອນຕົ້ນປີ 2017 ຫ້ອງການກົດໝາຍ ແລະ ໂຄສະນາອົບຮົມກົດໝາຍຂອງພະແນກຍຸຕິທຳແຂວງວຽງຈັນ ແລະ ຫ້ອງການຍຸຕິທຳ 11 ເມືອງທົ່ວແຂວງວຽງຈັນ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍດ້ວຍຫຼາຍວິທີ ເປັນຕົ້ນ ລົງໂຄສະນາທາງປາກເປົ່າຢູ່ຕາມບ້ານ ຈຳນວນ 156 ບ້ານ ຢູ່ຕາມໂຮງຮຽນ ມສ ໄດ້ທັງໝົດ 18 ແຫ່ງ, ໃນນັ້ນ ມີຈຳນວນຜູ້ເຂົ້າຮ່ວມຮັບຟັງ ທັງໝົດ23.272 ຍິງ12.272 ຄົນນອກຈາກໂຄສະນາທາງປາກເປົ່າແລ້ວ, ຍັງໄດ້ໂຄສະນາຜ່ານທາງໜັງສືພີມຂອງແຂວງວຽງຈັນ ເດືອນລະສອງສະບັບ ແລະ ພິເສດໄປກ່າວນັ້ນ ຍັງໄດ້ເຜີຍແຜ່ກົດໝາຍທາງວິທະຍຸກະຈາຍສຽງ FM 100 MZອາທິດລະຄັ້ງ.
ສຳລັບເນື້ອໃນກົດໝາຍທີ່ນຳໄປເຜີ່ຍແຜ່ແຕ່ລະຄັ້ງ ແມ່ນອີງໃສ່ສະພາບເຫດການທີ່ມັກເກີດຂຶ້ນຕົວຈິງຢູ່ແຕ່ລະບ້ານ ແລະ ແຕ່ລະທ້ອງຖິ່ນ ເປັນຕົ້ນ ແມ່ນກົດໝາຍວ່າດ້ວຍ ການດຳເນີນຄະດີແພ່ງ, ກົດ ໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ, ກົດໝາຍວ່າດ້ວຍ ການສຶບທອດມູນມໍຣະດົກ, ກົດໝາຍວ່າດ້ວຍ ຄອບຄົວ, ກົດໝາຍອາຍາບາງມາດຕາ ເຊັນ ການລັກຊັບ, ການປຸນຊັບ, ການທຳຮ້າຍຮ່າງກາຍ, ການຂົ່ມຂື່ນທຳຊໍາເລົາ, ກົດໝາຍວ່າດ້າຍ ຢາເສບຕິດ ແລະ ກົດໝາຍອື່ນ. ສຳລັບວິທີການເຜີຍແຜ່ ແມ່ນໄດ້ອະທິບາຍແຕ່ລະຫົວຂໍ້ ແລະ ຍົກເອົາບັນຫາທີ່ມັກເກີດຂຶ້ນພ້ອມດ້ວຍຍົກຕົວຢ່າງທີ່ເຂົ້າໃຈງ່າຍ. ພ້ອມກັນນັ້ນ ຍັງຮັບຟັງ ແລະ ສົນທະນາຖາມຕອບ, ແລກປ່ຽນຄຳເຫັນຮ່ວມກັບຜູ້ເຂົ້າຮ່ວມ ເຮັດໃຫ້ການໂຄສະນາເຜີຍແຜ່ກົດໝາຍ ມີບັນຍາກາດຟົດຟື້ນດີ. ທັງໝົດນັ້ນ ເພື່ອສ້າງຄວາມຮັບຮູ້ ແລະ ຍົກສູງການສ້າງສະຕິເຄົາລົບກົດໝາຍ ແກ່ປະຊາຊົນ, ທັງເປັນການຕ້ານ ແລະ ສະກັດກັ້ນ ການກໍ່ອາຊະຍາກຳ ແລະ ການລະເມີດກົດໝາຍ ທີ່ຈະເກີດຂຶ້ນແຕ່ຫົວທີ.
ໃນເຄື່ອນໄຫວລົງໂຄສະນາເຜີຍແຜ່ກົດໝາຍ ຕະຫຼອດລະຍະ 6 ເດືອນ ຕົ້ນປີ 2017 ນີ້ ຍ້ອນຄວາມເອົາໃຈໃສ່ ແລະ ມີການຊີ້ນຳໆພາຈາກຄະນະພັກ, ຄະນະນຳ ກະຊວງຍຸຕິທຳ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ຄວາມເອົາໃຈໃສ່ຂອງພະນັກງານ, ນັກສຶກສາລົງຟຶກງານ, ອົງການຈັດຕັ້ງທຸກພາກສວນ ແລະ ການຮ່ວມມືຈາກອຳນາດການປົກຄອງບ້ານ ເຮັດໃຫ້ການລົງເຄື່ອນໄຫວວຽກງານໂຄສະນາກົດໝາຍ ໄດ້ຮັບ ຜົນສຳເລັດເປັນຢ່າງດີ, ເຮັດໃຫ້ພໍ່ແມ່ປະຊາຊົນຢູ່ແຕ່ລະບ້ານ ໄດ້ຮຽນຮູ້ ແລະ ເຂົ້າໃຈເນື້ອໃນກົດໝາຍ ເພື່ອຍົກສູງສະຕິຕື່ນຕົວໃນການເຄົາລົບ ແລະ ປະຕິບັດກົດໝາຍ ໃນສັງຄົມ ປະກອບສວນສ້າງໃນການ ສ້າງລັດ ສປປ ລາວ ເປັນລັດທີ່ປົກຄອງດ້ວຍກົດໝາຍ ທີ່ມາຈາກປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.
ຂຽນຂ່າວ ແລະ ຖ່າຍພາບໂດຍ: ວົງສາ ແກ້ວປັນຍາວົງ
ຜູ້ປະສານງານແຂວງ ວຽງຈັນ