Submitted by xaiyphimphone on

ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກງານຢູ່ພະແນກຍຸຕິທຳ ແຂວງ ໄຊສົມບູນ ໃນວັນທີ 15 ພຶດສະພາ 2017 ຜ່ານ ມາ ໂດຍການຕ້ອນຮັບຂອງ ທ່ານ ອຸດອນ ສິງດາລາ ຫົວໜ້າພະແນກຍຸຕິທຳແຂວງໄຊສົມບູນ, ມີບັນດາຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານ-ລັດຖະກອນຂອງພະແນກຍຸຕິທຳ ແຂວງໄຊສົມບູນເຂົ້າຮວ່ມຢ່າງພ້ອມພຽງ.
ໃນພິທີຜູ້ເຂົ້າຮວ່ມ ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງພະແນກຍຸຕິທຳ ແຂວງໄຊສົມບູນ ໃນລະຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຈາກທ່ານ ອຸດອນ ສິງດາລາ ຫົວໜ້າພະແນກ ຍຸຕິທຳແຂວງໄຊສົມບູນ ຊຶ່ງພະແນກຍຸຕິທຳແຂວງໄຊສົມບູນ, ມີພະນັກງານທັງໝົດ 48 ຄົນ ຍິງ 7 ຄົນ; ດ້ານວຽກງານວິຊາສະເພາະ ສາມາດປະຕິບັດສຳເລັດຫຼາຍດ້ານ ເປັນຕົ້ນ ແມ່ນວຽກງານໂຄສະນາເຜີຍແຜ່ກົດໝາຍ ຢູ່ອົງການປົກຄແງບ້ານໄດ້ 89 ຄັ້ງ ມີຜູ້ເຂົ້າຮ່ວມຟັງ 8,640ຄົນ ຍີງ 3,842 ຄົນ, ໂຄສະນາຜ່ານໂທລະໂຄ່ງໄດ້ 133 ຄັ້ງ; ວຽກງານປະຕິບັດຄຳຕັດສີນຂອງສານ ປະຕິບັດໄດ້ 7 ເລື່ອງ, ມອບເງີນໃຫ້ບຸກຄົນ 23.670.000 ກີບ, ມອບເຂົ້າລັດ 2.500.000 ກີບ, ວຽກງານທະບຽນສານ ໄດ້ຢັ້ນຢືນຄວາມຖືກຕ້ອງຂອງເອກະສານ 18 ເລື່ອງ ເກັບຄ່າບໍລິການໄດ້ 5.560.000 ກີບ; ວຽກງານຍຸຕິທຳຮາກຖານ ແມ່ນໄດ້ນຳພານັກສຶກສາຈຳນວນ 71 ຄົນ, ຍິງ 18 ຄົນ ລົງຢູ່ບັນດາບ້ານໃນ 5 ເມືອງ ຈົນໄດ້ຮັບຜົນສຳເລັດເປັນຢ່າງດີ .
ໃນການລົງເຮັດວຽກຄັ້ງນີ້ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ກໍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະພະແນກ ໃນການຕັ້ງປະຕິບັດໜ້າທີ່ວຽກງານ ການເມືອງແນວຄິດ ແລະ ວຽກງານວິຊາສະເພາະທີ່ພັກ-ລັດໄດ້ມອບໝາຍໃຫ້ຈົນປະສົບຜົນສຳເລັດຫຼາຍດ້ານ ພ້ອມນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳຂອງພະແນກ ໄດ້ສືບຕໍ່ສຶກສາອົບຮົມ-ນຳພາ ແນວຄິດພະນັກງານໃຫ້ມີຄວາມທຸ່ງທຽ່ງ, ເຊື້ອໝັ້ນຕໍ່ການນຳພາຂອງພັກ-ລັດ, ປັບປຸງແບບແຜນວິທີການເຮັດວຽກ, ຍາດແຍ່ງເອົາການຊ່ວຍເຫຼືອ ແລະ ປະຕິບັດວຽກງານຕາມທິດນຳຂອງຄະນະພັກສາຍຕັ້ງ ແລະ ສາຍຂວາງຢ່າງໃກ້ສິດຕິດແທດ, ສ້າງສະມາຊິກພັກ-ພະນັກງານ ພ້ອມທັງເບິ່ງແຍງຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ ແລະ ບໍາລຸງຮັກສາວັດຖຸອຸບປະກອນໃຫ້ເປັນປົກກະຕິ.
ຂຽນຂ່າວ ແລະ ຖ່າຍພາບໂດຍ ຄຳພອນ ທ່າວເຈີວ່າງ
ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ