Submitted by xaiyphimphone on

ຢູ່ທີ່ສະຖາບັນຍຸຕິທຳພາກກາງ ແລະ ພາກໃຕ້ ໄດ້ຈັດພິທີເຜີຍແຜ່ພາລະບົດບາດຂອງສະຖາບັນຍຸຕິທຳແຫ່ງຊາດ ແລະ ລົງຕິດຕາມການຈັດຕັ້ງປະຕິບັດວຽກງານບໍລິຫານ, ແຜນການ ແລະ ງົບປະມານ ໃນລະຫວ່າງວັນທີ 10-11 ພຶດສະພາ 2017 ທີ່ຜ່ານມາ ໂດຍ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ແລະ ທ່ານ ຄຳພອນ ສີປະເສີດ ຫົວໜ້າຫ້ອງການ ກະຊວງຍຸຕິທຳ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວເຜີຍແຜ່ວຽງການດັ່ງກ່າວ ແລະ ໂດຍການຕ້ອນຮັບຂອງທ່ານ ສົມສະນິດ ດອນປະເສີດ ຫົວໜ້າສະຖາບັນຍຸຕິທຳພາກກາງ ແລະ ທ່ານ ໄຊຍາ ຈັນທະນາໄລ ຫົວໜ້າສະຖາບັນຸຕິທຳພາກໃຕ້, ມີບັນດາຄູ ອາຈານ, ນັກສຶກສາ ຂອງສະຖາບັນຍຸຕິທຳ ແລະ ພາກສວ່ນທີ່ກຽ່ວຂ້ອງ ເຂົ້າຮວ່ມຢ່າງພ້ອມພຽງ.
ໃນພິທີຜູ້ເຂົ້າຮວ່ມໄດ້ຮັບຟັງການຂຶ້ນເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ເລກທີ 459/ກຍ ລົງວັນທີ 8 ພຶດສະພາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຖາບັນຍຸຕິທຳແຫ່ງຊາດ ຊຶ່ງສະຖາບັນຍຸຕິທຳແຫ່ງຊາດ ຂຽນຫຍໍ້ວ່າ “ສຍຊ” ມີພາລະບົດບາດເປັນເສນາທິການໃຫ້ຄະນະພັກ-ຄະນະນຳກະຊວງ, ໃນການຄຸ້ມຄອງການເຄື່ອນໄຫວຂອງບັນດາສະຖາບັນຍຸຕິທຳພາກ, ກໍ່ສ້າງນັກກົດ ໝາຍຊັ້ນຕ່າງໆ, ກໍ່ສ້າງນັກວິຊາຊີບຜູ້ພິພາກສາ, ໄອຍະການ, ທະນາຍຄວາມ ແລະ ວິຊາຊີບຍຸຕິທຳອື່ນ. ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງກຽ່ວກັບຈັດຕັ້ງປະຕິບັດວຽກງານບໍລິຫານ, ແຜນການ ແລະ ງົບປະ ມານ ຢູ່ສະຖາບັນຍຸຕິທຳພາກກາງ ແລະ ພາກໃຕ້ .
ຊຶ່ງຈຸດປະສົງຂອງການລົງເຜີຍແຜ່ພາລະບົດບາດໃນຄັ້ງນີ້ ກໍເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ພະນັກງານ, ຄູອາຈານຂອງສະຖາບັນຍຸຕິທຳພາກກາງ ແລະ ພາກໃຕ້ ກຽ່ວກັບພາລະບົດບາດໃໝ່ ຂອງສະຖາບັນຍຸຕິທຳແຫ່ງຊາດ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ຂຽນຂ່າວ: ໄຊຍະສິດ ຖ່າຍພາບ: ສົມຫວັງ
ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ