ເມືອງມະຫາໄຊ ສຳເລັດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ 6

    ຫ້ອງວ່າການເມືອງໆມະຫາໄຊ ໄດ້ໄຂພິທີສະຫຼຸບຜົນສຳເລັດໃນການຮຽນ-ການສອນກົດໝາຍຊັ້ນຕົ້ນ ລະຍະ 3 ເດືອນຂື້ນ ໃນວັນທີ 17 ພຶດສະພາ 2017 ໂດຍການເປັນປະທານຂອງ ທ່ານ ທອງລາ ແສງທອງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆມະຫາໄຊ, ຕາງໜ້າພະແນກຍຸຕິທຳ ທ່ານ ຈັນທາ ພົມມະສອນ ກຳມະການພັກແຂວງ, ເລຂາໜ່ວຍພັກພະແນກຍຸຕິທຳ ຫົວໜ້າພະແນກຍຸຕິທຳແຂວງຄຳ ມ່ວນພ້ອມຄະນະ ແລະ ບັນດາພະນັກງານຂັ້ນເມືອງແຕ່ລະພາກສ່ວນ ກໍໄດ້ເຂົ້າຮ່ວມພິທີປິດໃນຄັ້ງນີ້. ໃນພິທີ ທ່ານ ຈັນທາ ພົມມະສອນ ຫົວໜ້າພະແນກຍຸຕິທຳ ໄດ້ໃຫ້ກຽດຂື້ນມອບໃບປະກາສະນີຍະບັດໃຫ້ແກ່ ນັກຮຽນກົດໝາຍຊັ້ນຕົ້ນຈຳນວນທັງໝົດ 62 ທ່ານ, ຍິງ 26 ທ່ານ ຊຶ່ງໃນນັ້ນ ແມ່ນພະນັກງານ-ລັດຖະກອນ, ອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ. ພາຍຫຼັງພິທີມອບໃບປະກາດແລ້ວ ທ່ານ ບົວພັນ ຮອງເຈົ້າເມືອງໆມະຫາໄຊ ກໍໃດ້ໃຫ້ກຽດຂຶ້ນມອບໃບຍ້ອງຍໍບັນດາພະນັກງານຂັ້ນເມືອງ ຜູ້ທີ່ໃດ້ສຸມເຫື່ອແຮງສະຕິປັນຍາ ປະກອບສ່ວນເຂົ້າໃນການສອນ-ການຮຽນກົດໝາຍ ຊັ້ນຕົ້ນໃນຄັ້ງນີ້ຈົນສຳເລັດ. ໃນເວລາດຽວກັນ ທ່ານເຈົ້າເມືອງ ກໍໄດ້ໂອ້ລົມຕໍ່ນັກສຳມະນາກອນວ່າ ບໍ່ວ່າຈະເປັນພະນັກງານ-ລັດຖະກອນ, ອົງການຈັດຕັ້ງຕ່າງໆ ຕະຫຼອດຈົນພໍ່ແມ່ປະຊາຊົນ ພາຍຫຼັງທີ່ໄດ້ຮໍ່າຮຽນສຳເລັດແລ້ວ ແມ່ນໃຫ້ບັນດາ ທ່ານນຳເອົາບົດຮຽນທີ່ຕົນໄດ້ຮ່ຳຮຽນມານັ້ນ ໄປຈັດຕັ້ງຜັນຂະຫຍາຍ ແລະ ເຜີຍແຜ່ລົງສູ່ຂົງເຂດວຽກງານຂອງຕົນ ໃຫ້ເກີດປະໂຫຍດສູງສຸດ.

     ໃນຕອນທ້າຍຂອງພິທີ ທ່ານ ທອງລາ ແສງທອງ ເຈົ້າເມືອງໆ ມະຫາໄຊ ຍັງໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະພັກ, ຄະນະນຳກະຊວງຍຸຕິທຳ (ເວົ້າລວມ) ເວົ້າສະເພາະ ກໍຄືພະແນກຍຸຕິທຳແຂວງຄຳ ມ່ວນທີ່ໄດ້ເອົາໃຈໃສ່ໃນການຊຸກຍູ້, ເສີມສ້າງບຸກຄະລາກອນກົດໝາຍໃຫ້ແກ່ຮາກຖານ ຕາມຫຼັກສູດກົດໝາຍຊັ້ນຕົ້ນລະຍະ 3 ເດືອນ ແລະ ທາງຄະນະປະຈຳ ທີ່ໄດ້ເອື້ອອຳນວຍສະຖານທີ່ການຮຽນ ກໍຄື ສະໂມ ສອນຫ້ອງວ່າເມືອງມະ ຫາໄຊ ຕະຫຼອດຮອດພໍ່ແມ່ປະຊາຊົນ, ພໍ່ຄ້າ, ຊາວຂາຍ ເມືອງມະຫາໄຊ ທີ່ໄດ້ຊຸກຍູ້ອຸປະຖຳການຮຽນ-ການສອນຊຸດນີ້ ຈົນສຳເລັດ.

 

 

 

ຂຽນຂ່າວ ແລະ ຖ່າຍພາບໂດຍ: ຜູ້ປະສານງານແຂວງ ຄຳມ່ວນ