Submitted by xaiyphimphone on

ໂດຍອີງຕາມວາລະຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 15 ພຶດສະພາ 2017 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມສະພາແຫ່ງຊາດ ໄດ້ມີການທາບທາມຄຳເຫັນຂອງສະ ມາຊິກສະພາແຫ່ງຊາດຕໍ່ຮ່າງປະມວນກົດໝາຍແພ່ງ ສະບັບທຳອິດຂອງ ສປປ ລາວ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ສຳລັບຮ່າງປະມວນກົດໝາຍແພ່ງ ສະບັບນີ້ ແມ່ນຢູ່ໃນຄວາມຮັບຜິດຊອບຂອງກະຊວງຍຸຕິທໍາ ຊຶ່ງເນື້ອໃນຂອງຮ່າງປະມວນປະກອບມີ 9 ພາກ, 52 ໝວດ ແລະ 615 ມາດຕາ.
ໃນກອງປະຊຸມ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຂຶ້ນຜ່ານບົດສະເໜີຮ່າງປະມວນກົດໝາຍແພ່ງ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຫດຜົນ, ຄວາມຈຳເປັນ, ການກະກຽມ, ໂຄງປະກອບ, ເນື້ອໃນ ແລະ ຄາດຄະເນຜົນໄດ້ຮັບຈາກການສ້າງຮ່າງປະມວນກົດໝາຍແພ່ງ ແມ່ນຈະເປັນຜົນງານ ແລະ ໝາກຜົນຂອງຂະບວນວິວັດແຫ່ງການຂະຫຍາຍຕົວຂອງກົດໝາຍ ແລະ ຍຸຕິທຳຂອງ ສປປ ລາວ ຢ່າງແທ້ຈິງ, ປະຊາ ຊົນລາວບັນດາເຜົ່າຈະໄດ້ຮັບຜົນປະໂຫຍດຈາກການຈັດຕັ້ງປະຕິບັດກົດໝາຍທີ່ເປັນລະບົບ, ສອດຄ່ອງ ແລະ ເປັນເອກະພາບສູງຂຶ້ນ ພ້ອມທັງເປັນການສ້າງຄວາມໝັ້ນໃຈໃຫ້ແກ່ລະບົບກົດໝາຍ ແລະ ຍົກ ສູງບົດບາດການຊີ້ນຳ-ນຳພາຂອງພັກຕໍ່ວຽກງານກົດໝາຍ ແລະ ຍຸຕິທຳ ຊຶ່ງຈະເຮັດໃຫ້ ສປປ ລາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາປະເທດໃນພາກພື້ນ ແລະ ສາກົນຫຼາຍຂຶ້ນ.
![]() |
![]() |
ເພື່ອເຮັດໃຫ້ການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດມີຈຸດສຸມ ທ່ານປະທານກອງປະຊຸມກໍໄດ້ມີບາງຄຳເຫັນເຈາະຈີ້ມຕໍ່ສະມາຊິກສະພາແຫ່ງຊາດ ໂດຍສະເພາະ ທາງດ້ານໂຄງສ້າງຂອງຮ່າງປະມວນ ກົດໝາຍແພ່ງເຫັນວ່າ ເໝາະສົມແລ້ວບໍ, ການກຳນົດຈຸດປະສົງ, ຂອບເຂດການນຳໃຊ້, ຫຼັກການພື້ນຖານ, ອາຍຸຄວາມ, ຄວາມສາມາດທາງດ້ານການປະພຶດ, ຮູບກຳມະສິດ, ການກຳນົດກ່ຽວກັບຂໍ້ຜູກພັນໃນ ສັນຍາ ແລະ ບັນຫາອື່ນໆເຫັນວ່າຊັດເຈນ, ຮັດກຸມ ແລະ ສອດຄ່ອງແລ້ວບໍ. ຫຼັງຈາກນັ້ນສະມາຊິກສະພາແຫ່ງຊາດ ກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງ ຢ່າງກົງໄປກົງມາດ້ວຍຄວາມຮັບ ຜິດຊອບສູງ ຊຶ່ງການປະກອບຄຳເຫັນຕໍ່ຮ່າງປະມວນກົດໝາຍແພ່ງ ໄດ້ດຳເນີນມາຈົນເຖິງຕອນເຊົ້າຂອງວັນທີ 16 ພຶດສະພາ 2017.
ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍສະບັບດັ່ງກ່າວແລ້ວ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ ຫົວໜ້າຄະນະຮັບຜິດຊອບສ້າງປະມວນ ກົດໝາຍແພ່ງ ກໍໄດ້ຊີ້ແຈງ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານກໍໄດ້ສະຫຼຸບຜົນຂອງການທາບທາມຄຳເຫັນຂອງສະມາຊິກສະພາແຫ່ງຊາດ ແລະ ສະເໜີໃຫ້ຄະນະຮັບຜິດຊອບສ້າງປະມວນກົດໝາຍແພ່ງນຳເອົາຄຳຄິດເຫັນຂອງ ສະມາຊິກສະພາແຫ່ງຊາດໄປຄົ້ນຄວ້າ ແລະ ປັບປຸງຄືນ ເພື່ອເຮັດໃຫ້ຮ່າງປະມວນກົດໝາຍສະບັບດັ່ງກ່າວຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້.
ຂຽນຂ່າວ: ສີປະໄພ ຖ່າຍພາບໂດຍ ຈັນທະວີສຸກ
ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ