Submitted by wickyboubphalyvanh on

ໂດຍປະຕິບັດຕາມຄໍາແນະນຳຂອງລັດຖະມົນຕີ ກະຊວງຍຸຕິທຳ ສະບັບເລກທີ 1123/ ກຍ, ລົງວັນທີ 5 ທັນວາ 2016 ວ່າດ້ວຍການຈັດຕັ້ງປະຕິບັດວຽກງານ 3 ສ້າງ ແລະ ວຽກງານຍຸຕິທຳຮາກຖານ; ອີງຕາມ ຂໍ້ຕົກລົງຂອງທ່ານເຈົ້າແຂວງໆ ບໍລິຄຳໄຊ ສະບັບເລກທີ 356/ຂບຊ, ລົງວັນທີ 12 ພຶດສະພາ 2017 ວ່າດ້ວຍອະນຸມັດເປີດຫຼັກສູດບຳລຸງກົດໝາຍ ໄລຍະສັ້ນ 45 ວັນ ຂອງແຂວງບໍລິຄຳໄຊ.
ທີ່ໂຮງຮຽນການເມືອງ-ການປົກຄອງ ແຂວງບໍລິຄຳໄຊ, ພະແນກຍຸຕິທຳແຂວງ ໄດ້ເປີດການຮຽນ-ການສອນກົດໝາຍ ໄລຍະສັ້ນ 45 ວັນ ຂຶ້ນໃນວັນທີ 16 ພຶດສະພາ 2017 ໂດຍພາຍໃຕ້ການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ບຸນຄຳ ໄຊເຍ່ຍລໍ່ວື່ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກ-ລັດແຂວງ, ມີຫົວໜ້າພະແນກ, ຮອງພະແນກ, ລັດວິສາຫະກິດ ແລະ ນັກສຳມະນາກອນມາຈາກ ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 12 ທ່ານ. ໃນພິທີ ທ່ານ ບົວພັນ ຈັນທະວິລຸນ ຮອງຫົວໜ້າພະແນກຍຸຕິທໍາແຂວງ ໄດ້ຂຶ້ນລາຍງານວຽກງານການຈັດຕັ້ງປະຕິບັດໂຄງການບຳລຸງ ກົດໝາຍ ໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ ຊຸດທີ 4 ປີ 2017 ວ່າຫຼັກສູດການຮຽນກົດໝາຍ ແມ່ນປະກອບດ້ວຍ 28 ວິຊາ, 21 ໝ່ວຍ, 315 ຊົ່ວໂມງ. ໃນລະຍະຜ່ານມາ ພະແນກຍຸຕິທຳ ແຂວງບໍລິຄຳໄຊ ໄດ້ສຳເລັດການຝຶກອົບຮົມກົດໝາຍ 45 ວັນ ໃຫ້ແກ່ພະນັກງານການນຳມາແລ້ວ 3 ຊຸດ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 155 ທ່ານ, ຍິງ 13 ທ່ານ.
ຈຸດປະສົງ ແມ່ນເພື່ອບໍາລຸງຍົກລະດັບຄວາມຮູ້ດ້ານກົດໝາຍ ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງແຂວງ ຊຶ່ງເປັນຜູ້ທີ່ມີບົດບາດສຳຄັນໃນນຳພາການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ແລະ ລະບຽບການ ເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍ ມີຄວາມເປັນເອກະພາບ, ກົມກຽວກັນ ແລະ ທັງໝົດນັ້ນເພື່ອປະກອບສ່ວນເຂົ້າໃນການສ້າງລັດ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ ເທື່ອລະກ້າວ.
ຕອນທ້າຍຂອງພິທີ ທ່ານ ບຸນຄໍາ ໄຊເຍ່ຍລໍ່ວື່ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ພະແນກຍຸຕິທຳແຂວງບໍລິຄຳໄຊ ທີ່ໄດ້ກະກຽມທາງດ້ານພິທີການ, ເນື້ອໃນ ແລະ ສະຖານທີ່ໃນການຈັດຝຶກອົບຮົມ. ພ້ອມກັນນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮຽນທັງໝົດ ຈົ່ງພ້ອມກັນເອົາໃຈໃສ່ເຂົ້າໃນການຄົ້ນຄ້ວາ, ຮໍ່າຮຽນກົດໝາຍ ໃຫ້ເລິກເຊີ່ງ ແລະ ສາມາດນຳເອົາຄວາມຮູ້ ທີ່ໄດ້ຮັບການຍົກລະດັບຂູດນີ້ໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ.
ຂຽນຂ່າວ ແລະ ຖ່າຍພາບໂດຍ: ບຸນເລີດ ລັດທະພອນ
ຜູ້ປະສານງານແຂວງ ບໍລິຄຳໄຊ