Submitted by Chanthavisouk on

ໃນຕອນບ່າຍຂອງວັນທີ 26 ເມສາ 2017 ທີ່ຜ່ານມາ ສະພາທະນາຍຄວາມໄດ້ຈັດພິທີຮັບທະນາຍຄວາມ ຊຸດທີ 12 ຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງສະພາທະນາຍຄວາມ ໂດຍການເປັນປະທານຂອງ ທ່ານ ຄຳໃສ ສຸລິນທອນ ປະທານ ສະພາທະນາຍຄວາມ, ເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ຈອມຄຳ ບຸບຜາລີວັນ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ, ມີບັນດາທ່ານຄະນະປະຈຳສະພາທະນາຍຄວາມ ແລະ ທະນາຍຄວາມໃໝ່ເຂົ້າຮ່ວມ.
|
|
ຈຸດປະສົງ ແມ່ນເພື່ອຮັບທະນາຍຄວາມໃໝ່ທີ່ໄດ້ຜ່ານການອົບຮົມທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ທີ່ຄົບຕາມເງື່ອນໄຂທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍທະນາຍຄວາມ ແລະ ກົດລະບຽບພາຍໃນຂອງສະພາທະ ນາຍຄວາມ. ໃນພິທີ ທ່ານ ນິວັນ ສົມແສງດີ ຄະນະປະຈຳສະພາທະນາຍຄວາມ ກໍໄດ້ສະຫຼຸບລາຍງານ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍການແຕ່ງຕັ້ງທະນາຍຄວາມ ຊຶ່ງທະນາຍຄວາມທີ່ໄດ້ຮັບການແຕ່ງ ຕັ້ງໃນຄັ້ງນີ້ ມີຈຳນວນທັງໝົດ 30 ທ່ານ, ຍິງ 10 ທ່ານ. ຈາກນັ້ນທ່ານ ຄໍາໃສ ສຸລິນທອນ ປະທານສະພາທະນາຍຄວາມ ໄດ້ໃຫ້ກຽດມອບໃບແຕ່ງຕັ້ງທະນາຍຄວາມໃຫ້ແກ່ທະນາຍຄວາມໃໝ່. ຫຼັງຈາກນັ້ນທະນາຍຄວາມໃໝ່ກໍໄດ້ ພ້ອມກັນປະຕິຍານຕົນ ຊຶ່ງໄດ້ປະຕິຍານວ່າ ຈະຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນທະນາຍຄວາມທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສື່ສັດຕໍ່ວິຊາຊີບ, ເຄົາລົບ ແລະ ປະຕິບັດຕາມແນວ ທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ ແລະ ກົດລະບຽບຂອງທະນາຍຄວາມ .
ໃນຕອນທ້າຍຂອງພິທີ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນພິທີ ຊຶ່ງກ່ອນອື່ນທ່ານກໍໄດ້ສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍທະນາຍຄວາມ ຊຸດທີ 12 ທີ່ໄດ້ຕັ້ງໃຈ ຄົ້ນຄວ້າຮ່ຳຮຽນຈົນຍາດໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ແລະ ໄດ້ເນັ້ນໜັກໃຫ້ທະນາຍຄວາມທັງ 30 ທ່ານ ຈົ່ງພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນທະນາຍຄວາມທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ປະຕິບັດໜ້າທີ່ດ້ວຍຄວາມຊື່ສັດບໍລິສຸດ, ຍຸຕິທຳ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ເພື່ອປະກອບສ່ວນເຮັດໃຫ້ສັງຄົມນັບມື້ນັບມີຄວາມສະຫງົບ ແລະ ສີວິໄລ.
ຂຽນຂ່າວ: ສີປະໄພ ພາບ: ຈັນທະວີສຸກ
ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ