Submitted by xaiyphimphone on

ໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2017 ຢູ່ທີ່ກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະ ມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຕຊິໂລະ ອິໂນະ (Toshiro INO) ຮອງລັດຖະມົນຕີກະ ຊວງຍຸຕິທໍາແຫ່ງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3 - 6 ພຶດສະພາ 2017.
ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຄຳນັບຂອງ ທ່ານ ໂຕຊິໂລະ ອິໂນະ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງກະຊວງຍຸຕິທຳ ແຫ່ງ ສປປ ລາວ ກັບກະຊວງຍຸຕິທຳແຫ່ງປະເທດຍີປຸ່ນ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນກວ່າເກົ່າ. ຈາກນັ້ນທັງສອງຝ່າຍກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານໃຫ້ກັນຊາບ ໂດຍສະເພາະແມ່ນການຊ່ວຍເຫລືອທາງດ້ານເຕັກນິກ, ວິຊາການ ແລະ ທຶນຊ່ວຍເຫຼືອໃນການຮ່າງປະມວນກົດໝາຍແພ່ງໃຫ້ໄດ້ຮັບການຮັບຮອງຈາກສະພາແຫ່ງຊາດ ໃນທ້າຍປີ 2017 ນີ້. ນອກຈາກນັ້ນ ທັງສອງຝ່າຍຍັງໄດ້ປຶກສາຫາລືຮ່ວມກັນ ໃນການວາງແຜນການສະໜັບສະໜູນທາງດ້ານການພັດທະນາບຸກຄະລາກອນ ໃຫ້ແກ່ກະຊວງຍຸຕິທໍາ ສປປ ລາວ.
ໃນຕອນທ້າຍຂອງການພົບປະທ່ານ ໂຕຊິໂລະ ອິໂນະ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍຄວາມສະດວກທຸກດ້ານ ແກ່ການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ແລະ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອດ້ານຕ່າງໆໃນຂົງເຂດວຽກງານຍຸຕິທໍາໃນຕໍ່ໜ້າ.
ຂຽນຂ່າວ: ໄຊຍະສິດ ຖ່າຍພາບ: ຈັນທະວີສຸກ
ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ