Submitted by SomVang on

ແຂວງສະຫວັນນະເຂດ ໄດ້ຈັດຕັ້ງການຮຽນ-ການສອນກົດໝາຍຊັ້ນຕົ້ນ ເລີ່ມແຕ່ຕົ້ນເດືອນ ມັງກອນ ຫາ ທ້າຍເດືອນ ມີນາ ປີ 2017 ທີ່ຜ່ານມາ ໂດຍການຮ່ວມມື ແລະ ປະສານສົມທົບກັນລະຫວ່າງ ກະຊວງຍຸຕິທຳ, ພະແນກຍຸຕິທຳແຂວງ ແລະ ສະຖາບັນຍຸຕິທຳພາກກາງ ແຂວງສະຫວັນນເຂດ ແລະ ບັນດາ 4 ເມືອງເປົ້າໝາຍຂອງແຂວງ ໄດ້ເປີດການຮຽນການ-ການສອນກົດໝາຍຊັ້ນຕົ້ນ ໃຫ້ແກ່ພະ ນັກງານຫຼັກແຫຼ່ງ ພາຍໃຕ້ການເປັນປະທ່ານ ຂອງຄະນະນຳຂັ້ນເມືອງ ໃນ 4 ບ້ານ ຄື: ເປີດທີ່ ບ້ານ ຂອນແກ່ນ ໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານ ບຸນຍູ້ ທຳມະວົງ ຄະນະກຳມະການພັກແຂວງ, ເຈົ້າ ເມືອງໆເມືອງ ໄກສອນພົມວິຫານ; ເປີດທີ່ບ້ານ ດົງຄັນຍູ ໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານ ນາງ ເຮືອງ ເພັດຊົມພູ ຄະນະປະຈຳພັກເມືອງ ຈຳພອນ; ເປີດທີ່ບ້ານ ໄຊຍະເພັດ ໃຫ້ກຽດເປັນປະທ່ານ ໂດຍ ທ່ານ ຈິນດາວັນ ບຸດລາສີ ຄະນະກຳມະການພັກເມືອງ ຮອງເຈົ້າເມືອງໆ ອຸທຸມພອນ ແລະ ເປີດທີ່ບ້ານ ແກ້ງໂພສີ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຍົງ ຈັນນິຍະວົງ ຄະນະກຳມະການພັກແຂວງ, ເຈົ້າເມືອງໆ ໄຊບູລີ.
ໃນການຈັດຕັ້ງຮ່ຳຮຽນກົດໝາຍຊັ້ນຕົ້ນ ແມ່ນກຳນົດເອົາ 3 ເດືອນ ແລະ ນຳໃຊ້ຫຼັກສູດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຶ່ງປະກອບດ້ວຍ 4 ກຸ່ມວິຊາ ຄື: ກຸ່ມວິຊາທິດສະດີການເມືອງ-ການປົກ ຄອງ, ກຸ່ມວິຊາກົດໝາຍ, ກຸ່ມວິຊາວຽກງານຍຸຕິທຳຮາກຖານ ແລະ ກຸ່ມວິຊາເຕັກນິກການແຕ່ງເອກະສານທາງລັດຖະການ ຊຶ່ງມີທັງໝົດ 37 ວິຊາ, 30 ໜ່ວຍກິດ ແລະ 450 ຊົວໂມງ. ໃນການຈັດຕັ້ງປະຕິ ບັດຕົວຈິງພະແນກຍຸຕິທຳແຂວງ ໄດ້ຈັດສົ່ງພະນັກງານລົງຊຸກຍູ້ຕິດຕາມ ຈຳນວນ 04 ທ່ານ ພ້ອມດ້ວຍນັກສຶກສາຈາກສະຖາບັນຍຸຕິທຳພາກກາງ ຈຳນວນ 147 ຄົນ, ຍິງ 70 ຄົນ, ມີຜູ້ຂົ້າຮຽນທັງໝົດ 235 ຄົນ, ຍິງ 32 ຄົນ. ໃນນີ້ ບັນດາຜູ້ເຂົ້າຮຽນ ແມ່ນມາຈາກຂອງອົງການຈັດຕັ້ງບ້ານ ເປັນຕົ້ນ ເລຂາໜ່ວຍພັກ, ນາຍບ້ານ, ຮອງນາຍບ້ານ, ຄະນະກຳມະການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ປກສ ບ້ານ, ປກຊ ບ້ານ, ສະຫະພັນແມ່ຍິງ ບ້ານ, ຊາວໜຸ່ມ ແລະ ປະຊາຊົນພາຍໃນບ້ານ.
ຜ່ານການເປີດການຮຽນ-ການສອນຫຼັກສູດກົດໝາຍຊັ້ນຕົ້ນ ແມ່ນສຳເລັດຕາມຄາດໝາຍ ແລະ ໄດ້ຈັດຕັ້ງພິທີປິດ ແລະ ມອບ-ຮັບໃບປະກາສະນິຍະບັດກົດໝາຍຊັ້ນຕົ້ນ ໃຫ້ແກ່ຜູ່ສຳເລັດການຮຽນ ຈຳນວນ 235 ຄົນ, ຍິງ 32 ຄົນ, ໃນຕອນທ້າຍຂອງພິທີ ຄະນະປະທານ ໄດ້ໃຫ້ກຽດໂອ້ລົມ ຕໍ່ຜົນສຳເລັດໃນການຈັດຕັ້ງການຮຽນ-ການສອນກົດໝາຍຊັ້ນຕົ້ນໃນຄັ້ງນີ້ວ່າ ຖືເປັນຂີດໝາຍສຳຄັນໃຫ້ແກ່ອົງ ການປົກຄອງບ້ານ, ເປັນພື້ນຖານອັນໃໝ່ໃນການຮັບຮູ້ເພີ່ມເຕີມ ກ່ຽວກັບລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳຈຳນວນໜຶ່ງ ເພື່ອໝູນໃຊ້ເຂົ້າໃນ ການປະຕິບັດໜ້າທີ່ວຽກງານຂອງອົງການປົກຄອງ ບ້ານ, ກຸ່ມບ້ານ, ທັງເປັນການປັບປຸງລະບຽບ ແລະ ແບບແຜນວິທີເຮັດວຽກຂອງອົງການປົກຄອງຂັ້ນຮາກຖານ ໃຫ້ເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ ເພື່ອເປັນການສ້າງລັດແຫ່ງ ສປປ ລາວ ເຮົາ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນຳພາຂອງພັກໃຫ້ປາກົດຜົນເປັນຈິງ. ສຳລັບທິດທາງໃນຕໍ່ໜ້າ ແມ່ນຈະຕ້ອງສຸມໃສ່ຈັດຕັ້ງ ປະຕິບັດຫຼັກສູດການຮຽນ-ການສອນກົດໝາຍຊັ້ນຕົ້ນ ໃຫ້ແກ່ບັນດາກຸ່ມບ້ານ ທີ່ຍັງບໍ່ທັນໄດ້ຈັດຕັ້ງການຮຽນ-ການສອນໃຫ້ທົ່ວເຖິງເທື່ອ.
ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ຜູ້ປະສານງານ ແຂວງສະຫວັນນະເຂດ