Submitted by xaiyphimphone on

ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫົງບ ຄົບຮອບ 56 ປີ (5 ເມສາ 1961-5 ເມສາ2017) ໃນຕອນເຊົ້າຂອງວັນທີ 3 ເມສາ 2017 ທີ່ກະຊວງປ້ອງກັນຄວາມສະຫງົບ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ນຳກະຕ່າດອກໄມ້ເຂົ້າອວຍພອນ ຄະນະນຳຂອງກະຊວງປ້ອງກັນຄວາມສະຫງົບ ໃຫ້ກຽດຕ້ອນຮັບຂອງ ທ່ານ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ.
ໂອກາດດັ່ງກ່າວ ທ່ານ ບຸນສະຫວາດ ບຸບຜາ ຕາງໜ້າໃຫ້ຄະນະພັກ-ຄະນະນຳ ກະຊວງຍຸຕິທຳ ໄດ້ມີຄຳເຫັນ ແລະ ຄຳອວຍພອນອັນປະເສີດມາຍັງຄະນະພັກ-ຄະນະນຳ ຂອງກະຊວງປ້ອງກັນຄວາມສະຫງົບ ກໍຄືກຳລັງປ້ອງກັນຄວາມສະຫງົບໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ສືບຕໍ່ຊີ້ນຳ-ນຳພາວຽກງານວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໃຫ້ປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
ຂຽນຂ່າວ ອ່ອນຄຳ ໄຊຍະວົງ ຖ່າຍພາບ: ສົມຫັວງ ສີປະໄພ
ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ