Submitted by s.bounkham on

ເພື່ອເປັນການເສີມສ້າງຄວາມສາມັກຄີ, ຮັກແພງ ແລະ ການຮ່ວມມືຂອງບັນດາປະເທດພາກພື້ນແມ່ນ້ຳຂອງເວົ້າລວມ ເວົ້າສະເພາະ ແມ່ນເພື່ອເປັນການສົ່ງເສີມ ແລະ ແລກປ່ຽນບົດຮຽນວຽກງານວັດທະນະທຳຮີດຄອງປະເພນີ, ເສດຖະກິດສັງຄົມ ລະຫວ່າງຊາວໜຸ່ມລາວ ກັບຊາວໜຸ່ມຂອງບັນດາປະເທດລຸ່ມແມ່ນ້ຳຂອງ ໃຫ້ນັບມື້ນັບກວ້າງຂວາງຂຶ້ນ ແລະ ມີການພົວພັນທີ່ແໜ້ນແຟ້ນ, ສະຫາຍ ສົມບູນ ຄຸນນະວົງ ຫົວໜ້າພະແນກສົ່ງເສີມວຽກເຮັດງານທຳ, ກົມພັດທະນາວິຊາຊີບ, ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ນຳພາຄະນະຊາວໜຸ່ມລາວ ໄປເຂົ້າຮ່ວມໂຄງການຊາວໜຸ່ມເດີນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຈັດຂຶ້ນທີ່ ຣາຊະອານາຈັກໄທ ແລະ ປະເທດ ສາທາລະນະລັດ ປະຊາຊົນຈີນ ໃນລະຫວ່າງວັນທີ 11-19 ມີນາ 2017 ມີຜູ້ເຂົ້າຮ່ວມທັງໝົດ 55 ສະຫາຍ ທີ່ມາຈາກ ປະເທດ ສປປ ລາວ, ສສ ຫວຽດນາມ, ຣາຊະອານາຈັກໄທ, ກຳປູເຈຍ ແລະ ສປ ຈີນ.
ການເຄື່ອນໄຫວກິດຈະກຳໃນຄັ້ງນີ້ ບັນດາຊາວໜຸ່ມ ໄດ້ທັດສະນະສຶກສາເບິ່ງໂຄງການລີ່ເລີມການພັດທະນາເຂດສູງ ດອຍຕຸງ ຂອງແມ່ຟ້າຫຼວງ, ທັດສະນະສຶກສາ ແລະ ຮັບຟັງຄວາມເປັນມາຂອງຝິ່ນທີ່ຫໍຝິ່ນ (Hall of Opium), ທັດສະນະສຶກສາມະຫາວິທະຍາໄລ ແມ່ຟ້າຫຼວງ ແຂວງ ຊຽງລາຍ, ພົບປະແລກປ່ຽນກັບນັກສຶກສາ ແລະ ເຮັດກິດຈະກຳຮ່ວມກັນ, ທັດສະນະສຶກສາ ຮັບຟັງຄວາມເປັນມາຂອງຊົນເຜົ່າຕ່າງໆ ທີ່ສູນພັດທະນາລາດຊະດອນ ເຂດສູງ (Tribes of Museum), ທັດສະນະສຶກສາ ແລະ ເຮັດກິດຈະກຳທີ່ສູນພັດທະນາເສດຖະກິດພໍພຽງ ຫ້ວຍຮ່ອງໄຄຣ້ ຊຶ່ງເປັນໂຄງການລິເລີ່ມຂອງກະສັດ ພູມີພົນ ອະດຸນຍະເດດ, ຢ້ຽມຊົມສະຖານທາງດ້ານວັດທະນະທຳ ພະທາດດອຍສຸເທບ ແຂວງ ຊຽງໃໝ່; ທັດສະນະສຶກສາມະຫາວິທະຍາໄລ ຢຸນນານ (Yunnan University), ສູນຄົ້ນນະວັດຕະກຳວິທະຍາສາດທັດສະເປສ (TusKspace), ປູກຕົ້ນໄມ້ທີ່ສວນມິດຕະພາບ ແລະ ມີການແລກປ່ຽນ ບົດຮຽນກັບນັກສຶກສາລາວ ຢູ່ທີ່ມະຫາວິທະຍາໄລດັ່ງກ່າວ, ເຂົ້າຮ່ວມກອງປະຊຸມສຳມະນາຂອງກຸ່ມບໍລິສັດ ຢູນນານ ສະເຕດ ຟາມ ຈຳກັດ (Yunnan State Farms Group Company Limited) ທີ່ດຳເນີນກິດຈະກໍາການປູກຢາງພາລາຢູ່ບັນດາປະເທດລຸ່ມແມ່ນ້ຳຂອງເວົ້າລວມ ເວົ້າສະເພາະແມ່ນຢູ່ບັນດາແຂວງ ຂອງ ສປປ ລາວ, ພົບປະແລກປ່ຽນບົດຮຽນກັບນັກທຸລະກິດໜຸ່ມຈີນ, ຮັບຟັງການລາຍງານການພັດທະນາວຽກງານຊາວໜຸ່ມ ສປ ຈີນ, ສຽງຂອງຊາວໜຸ່ມ ສປ ຈີນ (Voice of Youth) ແລະ ຢ້ຽມຊົມສະຖານທຳມະຊາດມໍຣະດົກໂລກ ປ່າຫີນ (Stone Forest).
ໂຄງການຊາວໜຸ່ມເດີນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງນີ້ຈັດຂຶ້ນເປັນຄັ້ງທີ 12 ແລະ ຕາງໜ້າໃຫ້ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ກໍໄດ້ເຂົ້າຮ່ວມໂຄງການຄັ້ງນີ້ເຊັ່ນກັນ.
ຂ່າວ: ສ. ບຸນຄ້ຳ (ນັກຂ່າວກົມສົ່ງເສີມລະບົບຍຸຕິທຳ), ພາບ: ຊາວໜຸ່ມ ສປ ຈີນ