Submitted by Chanthavisouk on

ເພື່ອປະຕິບັດຕາມຂັ້ນຕອນຂອງການສ້າງກົດໝາຍ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳ ໃນລະຫວ່າງວັນທີ 14-17 ມີນາ 2017 ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບຮ່າງປະມວນກົດ ໝາຍແພ່ງ ຮ່ວມກັບສະມາຊິກ ສະພາແຫ່ງຊາດ ຄັ້ງທີ 2 ຂຶ້ນ ຢູ່ທີ່ໂຮງແຮມປາກເຊ, ແຂວງຈຳປາສັກ ໂດຍການສະໜັງສະໜູນຂອງໂຄງການພັດທະນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທຳ (Jica) ພາຍໃຕ້ການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ ຫົວໜ້າຄະນະສ້າງຮ່າງປະມວນກົດໝາຍແພ່ງ ປະທານຮ່ວມ, ມີບັນດາທ່ານ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ທີ 12 ຫາ ເຂດເລືອກຕັ້ງ ທີ 17 ແລະ ຄະນະຮັບຜິດຊອບສ້າງປະມວນກົດໝາຍແພ່ງເຂົ້າຮ່ວມ ຈຳນວນທັງໝົດ 60 ທ່ານ.
![]() |
![]() |
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອແລກປ່ຽນຄຳຄິດເຫັນຮ່ວມກັບສະມາຊິກສະພາແຫ່ງຊາດກ່ອນນຳຮ່າງປະມວນກົດໝາຍແພ່ງເຂົ້າທາບທາມຄຳເຫັນຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດ ທີ 8 ຂອງທ້າຍເດືອນເມສາ 2017 ນີ້. ສຳລັບເນື້ອໃນທີ່ນຳເຂົ້າໃນກອງປະຊຸມສຳມະນາເທື່ອນີ້ ປະກອບມີ ພາກບົດບັນຍັດທົ່ວໄປ; ບຸກຄົນ ແລະ ນິຕິບຸກຄົນ; ຄອບຄົວ; ຊັບ, ກຳມະສິດ ແລະ ສິດຕໍ່ຊັບອື່ນ; ຂໍ້ຜູກພັນໃນສັນຍາ, ການຄ້ຳປະກັນ; ຂໍ້ຜູກພັນນອກສັນຍາ ແລະ ມູນມໍຣະດົກ ຊຶ່ງຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປຶກສາຫາລືຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ຮ່າງປະມວນກົດ ໝາຍສະບັບດັ່ງກ່າວຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນພາກຕົວຈິງ ໃນເງື່ອນໄຂເສດຖະກິດຕະຫຼາດທີ່ມີການແກ້ງແຍ່ງແຂ່ງຂັນຢູ່ປະເທດເຮົາ ແລະ ການເຊື່ອມໂຍງກັບສາກົນ.
ຂ່າວ: ສີປະໄພ ພາບ: ຈັນທະວີສຸກ