Submitted by Chanthavisouk on

ໃນຕອນເຊົ້າຂອງວັນທີ 24 ກຸມພາ 2017 ຢູ່ທີ່ພະແນກຍຸຕິທໍານະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມພົບປະໂອ້ລົມ ແລະ ແລກປຽ່ນບົດຮຽນດ້ານວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານກັບພະນັກງານຫ້ອງ ການ ແລະ ໜວ່ຍງານຈັດຕັ້ງປະຕິບັດຄຳຕັດສີນຂອງສານແຕ່ລະເມືອງ ທົ່ວນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ທັງເປັນຜູ້ຊີ້ນຳວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ມີຄະນະນຳຂອງກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ພະແນກຍຸຕິທຳນະຄອນຫຼວງວຽງຈັນ, ໜວ່ຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານຂອງເມືອງ ຕະຫຼອດຮອດພະນັກງານ-ລັດຖະ ກອນ ທີ່ເຮັດວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານເຂົ້າຮວ່ມ ຈຳນວນ 110 ຄົນ,ຍິງ 52 ຄົນ.
ໃນກອງປະຊຸມ ທ່ານ ສີວິໄລ ທະວີສິນ ຫົວໜ້າຫ້ອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານກຽ່ວກັບສະພາບການເຄື່ອນໄຫວວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຊຶ່ງໄດ້ຍົກໃຫ້ເຫັນຜົນງານທີ່ຍາດມາໄດ້ໃນລະຍະ 1 ປີຜ່ານມາ, ມີທັງຂໍ້ສະດວກ ແລະ ຂໍ້ຄົງຄ້າງ ພ້ອມທັງກຳນົດທິດທາງແຜນການວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໃນຕໍ່ໜ້າ. ຫຼັງຈາກນັ້ນ, ບັນດາຫົວໜ້າໜວ່ຍງານຈັດຕັ້ງປະຕິບັດຄຳຕັດສີນຂອງສານຂອງແຕ່ລະເມືອງ ກໍໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໂດຍສະເພາະລົງເລິກບັນຫາຄົງຄ້າງໃນການປະຕິບັດໜ້າທີ່ວິຊາສະເພາະໃນລະຍະຜ່ານມາ ເພື່ອຮັບປະກັນໃຫ້ຄຳຕັດສີນຂອງສານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ວ່ອງໄວ ແລະ ມີປະສິດທິພາບ, ຫຼຸດຜ່ອນຫາງສຽງຂອງສັງຄົມຕໍ່ອົງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ກໍຄື ຫ້ອງການ ແລະ ໜວ່ຍງານຈັດຕັ້ງປະຕິບັດຄຳຕັດສີນຂອງສານທົ່ວນະຄອນຫຼວງວຽງຈັນ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມ ຊຶ່ງກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຈັດຕັ້ງປະຕິບັດຄຳຕັດ ສີນຂອງສານ ໃນລະຍະຜ່ານມາ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະນຳ ກໍຄື ພະນັກງານ-ລັດຖະກອນ ທີ່ເຮັດວຽກຈັດຕັ້ງປະຕິບັດຄຳຕັດສີນຂອງສານ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດ ຊອບສູງ, ເພີ່ມທະວີການປະສານສົມທົບກັບພາກສ່ວນທີ່ກຽ່ວຂ້ອງ ເພື່ອເຮັດໃຫ້ຄຳຕັດສີນຂອງສານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ມີປະສິດທິພາບ ແລະ ມີຄວາມຍຸຕິທຳ.
ຂ່າວ ແລະ ຮູບພາບໂດຍ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ