Submitted by Chanthavisouk on

ໃນຕອນບ່າຍຂອງວັນທີ 24 ກຸມພາ 2017 ທີ່ກະຊວງຍຸຕິທຳ ທ່ານ ນາງ ສີສຸດາ ໂສພາວັນດີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ພ້ອມດ້ວຍຄະນະ, ໄດ້ຕ້ອນຮັບການພົບປະ ແລກປຽ່ນບົດຮຽນ ວຽກງານສື່ສິ່ງພິມ ນຳພາໂດຍ ທ່ານ ດ້າວ ວັນ ໂຮ້ຍ ຫົວໜ້າບັນນາທິການໜັງສືພິມກົດໝາຍ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໂອກາດທີ່ເດີນທາງມາຢຽ້ມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ພ້ອມດຽວກັນນັ້ນ ທ່ານ ນາງ ສີສຸດາ ໂສພາວັນດີ ພ້ອມດ້ວຍຄະນະ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການພົບປະແລກປຽ່ນ ແລະ ເຮັດວຽກຂອງ ທ່ານ ດ້າວ ວັນ ໂຮ້ຍ ໃນຄັ້ງນີ້ ຊຶ່ງເປັນການປະ ກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ຄະນະບັນນາທິການໜັງສືພິມກົດໝາຍ ແຫ່ງ ສສ ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.
ຈາກນັ້ນ ທັງສອງຝ່າຍ ກໍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ກົດໝາຍ ໃຫ້ກັນໄດ້ຮັບຊາບເປັນຕົ້ນ ສະພາບລວມວຽກງານໂຄສະນາເຜີຍແຜ່ກົດໝາຍໂດຍຜ່ານສື່ມວນຊົນເປັນຕົ້ນແມ່ນ ທາງໂທລະພາບ, ວິທະຍຸ, ວາລະສານ, ໜັງສືພິມ ເວັບໄຊ ແລະ ແອັບພິເຄຊັນກົດໝາຍ, ພ້ອມດຽວກັນນັ້ນ ທັງສອງຝ່າຍຍັງໄດ້ປຶກສາຫາລືກັນກຽ່ວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າຕໍ່ກັບວຽກງານດັ່ງ ກ່າວ.
ທ່ານ ດ້າວ ວັນ ໂຮ້ຍ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ທຸກດ້ານໃນ ການເຄື່ອນໄຫວພົບປະແລກປຽ່ນ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.
ຂ່າວ ແລະ ພາບໂດຍ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ