Submitted by xaiyphimphone on

ໃນວັນທີ 23-24 ກຸມພາ 2017 ຢູ່ທີ່ ສະໂມສອນຫ້ອງວ່າການປົກຄອງເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ຈັດຊຸດຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳທາງອາຍາ ເພື່ອສະກັດກັ້ນ ແລະ ຕ້ານ ການຄ້າມະນຸດຂຶ້ນ ໂດຍການເປັນປະທານຂອງທ່ານ ນາງ ພຸດມະໄລພອນ ແກ້ວວົງສາ ກຳມະການພັກເມືອງ ຮອງເຈົ້າເມືອງສາມັກຄີໄຊ; ມີທ່ານ ບຸນລ້ອມ ດວງມາລາ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸ ຕິທຳ, ທ່ານ ສົມບູນ ວົງພະຈັນ ຮອງຫົວໜ້າກົມກົດໝາຍກະຊວງຍຸຕິທຳ, ວິຊາການຈາກກົມໂຄສະນາເຜີຍແຜ່ກົດໝາຍກະຊວງຍຸຕິທຳ ແລະ ບັນດາສໍາມະນາກອນຈາກຂະແໜງການຕ່າງໆອ້ອມຂ້າງເມືອງສາມັກຄີໄຊ ແຂວງ ອັດຕະປື ເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 17 ທ່ານ.
![]() |
![]() |
ຈຸດປະສົງຂອງຊຸດຝຶກອົບຮົມແມ່ນເພື່ອເຮັດໃຫ້ພະນັກງານທີ່ເຮັດໜ້າທີ່ປົກປ້ອງກົດໝາຍໂດຍສະເພາະແມ່ນພະນັກງານຂະແໜງການຕ່າງໆອ້ອມຂ້າງເມືອງສາມັກຄີໄຊ ໄດ້ຮັບຮູ້, ເຂົ້າໃຈ ແລະ ສ້າງຄວາມເຂັ້ມແຂງໃຫ້ ແກ່ລະບົບຍຸຕິທຳທາງອາຍາ ແນໃສ່ຫຼຸດຜ່ອນການຄ້າມະນຸດ ໂດຍການສ້າງຄວາມເຂັ້ມແຂງພາຍໃນປະເທດໃນການປົກປ້ອງ, ການສືບສວນ-ສອບສວນ ແລະ ການດຳເນີນຄະດີກ່ຽວກັບການຄ້າມະນຸດ ພ້ອມທັງປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.
ຊຸດຝຶກອົບຮົມໃນຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ສົນທິສັນຍາ ແລະ ອະນຸສັນຍາກ່ຽວກັບການຄ້າບຸກຄົນ, ບັນດານິຕິກຳລາວກ່ຽວກັບການຄ້າມະນຸດ, ຄວາມສໍາຄັນຂອງການລະບຸຕົວບຸກຄົນທີ່ຖືກເຄາະຮ້າຍ ຈາກການຄ້າມະນຸດ ແລະ ການຮ່ວມມືລະຫວ່າງຊາດເພື່ອປ້ອງກັນການຄ້າມະນຸດ ພ້ອມດຽວກັນນັ້ນຍັງໄດ້ມີການຍົກກໍລະນີສຶກສາຂຶ້ນ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ ແລະ ສະແດງຄວາມຄິດເຫັນ.
ໃນຕອນທ້າຍຂອງຊຸດຝຶກອົບຮົມ ຕາງໜ້າຄະນະຮັບຜິດຊອບຊຸດຝຶກອົບຮົມໄດ້ມອບປື້ມກົດໝາຍ 4 ຂົງເຂດຈຳນວນ 10 ຊຸດ ລວມທັງໝົດ 40 ຫົວ ພ້ອມດ້ວຍສື່ໂຄສະນາຈຳນວນໜຶ່ງໃຫ້ແກ່ຂະແໜງການຕ່າງໆອ້ອມ ຂ້າງເມືອງສາມັກຄີໄຊ, ແຂວງອັດຕະປື ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນ; ນອກນັ້ນ, ຍັງໄດ້ມອບເຄື່ອງກິລາຈຳນວນ 13 ຊຸດ ລວມເປັນເງິນ 585.000 ກີບ (ຫ້າແສນແປດໝື່ນຫ້າພັນກີບ) ໃຫ້ແກ່ ຫ້ອງການຍຸຕິທໍາເມືອງສາມັກຄີໄຊ, ແຂວງອັດຕະປື ເພື່ອນຳໃຊ້ເຂົ້າໃນຂະບວນການແຂ່ງຂັນຂະແໜງການຍຸຕິທຳ 4 ແຂວງພາກໃຕ້ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 3 ຫາ 7 ມີນາ 2017 ທີ່ແຂວງອັດຕະປື.
![]() |
![]() |
ຂ່າວ: ສີປະໄພ, ພາບ: ຊາຍພິມພອນ, ສຸກສາຄອນ