Submitted by xaiyphimphone on

ກະຊວງຍຸຕິທໍາ ຈັດປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກໍາມະບານລາວ ຄົບຮອບ 61 ປີ (1/2/1956-1/2/2017) ຂຶ້ນໃນວັນທີ 9 ກຸມພາ 2017 ໃຫ້ກຽດປາຖະກະຖາໂດຍ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະ ມົນຕີກະຊວງຍຸຕິທໍາ ມີປະທານ, ຮອງປະທານກໍາມະບານ ກະຊວງຍຸຕິທໍາ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສູນ, ຫົວໜ້າສະຖາບັນ ແລະ ສະມາຊິກກໍາມະບານເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ເລົ່າຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນສໍາຄັນດັ່ງກ່າວ ແລະ ຍົກໃຫ້ເຫັນບາງຕອນສໍາຄັນວ່າ ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ ສະຫະພັນກໍາມະບານລາວ ທີ່ເປັນອົງການຕາງໜ້າໃຫ້ແກ່ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະ ແມ່ນລະຍະປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ສະຫະພັນກໍາມະບານ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າທຸກຊັ້ນຄົນໃນສັງຄົມ.
ທັງນີ້ ເພື່ອເຮັດໃຫ້ສະມາຊິກກໍາມະບານ ເຫັນໄດ້ມູນເຊື້ອປະຫວັດຄວາມເປັນມາແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງວັນສ້າງຕັ້ງກໍາມະບານລາວ ຕະຫຼອດລະຍະ 61 ປີຜ່ານມາ ແລະ ເປັນການປູກຈິດສໍານຶກໃຫ້ແກ່ສະມາ ຊິກກໍາມະບານ ໄດ້ຮັບຮູ້ ແລະ ເຂົ້າໃຈເນື້ອໃນວັນສໍາຄັນດັ່ງກ່າວຢ່າງເລິກເຊິ່ງ ເພື່ອນໍາໄປຜັນຂະຫຍາຍເຂົ້າໃນວຽກງານ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສໍາເລັດ.
ຂ່າວ: ໄຊຍະສິດ ພາບ: ສຸກສາຄອນ