Submitted by xaiyphimphone on

ໃນວັນທີ 8 ກຸມພາ 2017 ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປັບປຸງຮ່າງຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການຂຶ້ນ ຢູ່ທີ່ໂຮງແຮມພູນຊັບ ທ່າລາດ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພູທອນ ແກ້ວດວງມະນີ ຄະນະພັກກະຊວງ, ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ, ມີທ່ານ ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ແລະ ພະແນກຍຸຕິທຳແຂວງຈາກ 5 ແຂວງ, ຜູ້ຕາງໜ້າຈາກ 4 ກະຊວງ ແລະ 2 ອົງການລັດເຂົ້າຮ່ວມທັງໝົດ 22 ທ່ານ ຍິງ 6 ທ່ານ ຊຶ່ງກອງປະຊຸມຈະດຳເນີນໄປຈົນເຖິງວັນທີ 10 ກຸມພາ 2017.
ໃນກອງປະຊຸມທ່ານປະທານ ໄດ້ກ່າວຈຸດປະສົງ ແລະ ເປີດກອງປະຊຸມ ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ໂດຍສະເພາະ ແມ່ນການກຳນົດກ່ຽວກັບນິຕິກຳ ແລະ ຮ່າງນິຕິກຳທີ່ຈະລົງໃນຈົດໝາຍເຫດທາງລັດຖະການ, ການກຳນົດໜ່ວຍງານປະສານງານວຽກງານຈົດໝາຍເຫດທາງລັດຖະການ ແລະ ອື່ນໆ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີຄວາມສະດວກຂຶ້ນກວ່າເກົ່າ.
ຈາກນັ້ນຄະນະຮັບຜິດຊອບ ໄດ້ສະເໜີກ່ຽວກັບພາບລວມຂອງຂໍ້ຕົກລົງໂດຍສົມທຽບກັບພາກປະຕິບັກຕົວຈິງ, ໂຄງປະກອບຂອງຮ່າງຂໍ້ຕົກລົງ. ພາຍຫຼັງທີ່ໄດ້ສະເໜີແລ້ວ ບັນດາຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງສະບັບດັ່ງກ່າວມີເນື້ອໃນລະອຽດ, ຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້.
ຂ່າວ: ສີປະໄພ, ພາບ: ຊາຍພິມພອນ