Submitted by xaiyphimphone on

ໃນວັນທີ 27 ມັງກອນ 2017 ໜ່ວຍກຳມະບານຮາກຖານ ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ຮ່ວມກັບ ໜ່ວຍກຳມະບານຮາກຖານ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກິດຈະກຳກິລາບານເຕະສາມັກຄີຂຶ້ນ ຢູ່ທີ່ເດີນບານເຕະໃນຮົ່ມກະແລ ໂດຍມີສະມາຊິກກຳມະບານຮາກຖານ ແລະ ພະນັກງານຈາກທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງໃນການຈັດກິດຈະກຳຄັ້ງນີ້ ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງກຳມະບານລາວ ຄົບຮອບ 61 ປີ ( 1 ກຸມພາ 1956-1 ກຸມພາ 2017) ໃຫ້ມີຄວາມຄຶກຄື້ນ ແລະ ເປັນການສ້າງຄວາມສາມັກຄີລະຫວ່າງສອງພາກສ່ວນໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ; ໃນໂອກາດດັ່ງກ່າວ ໜ່ວຍກຳມະບານຮາກຖານ ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ກໍໄດ້ນຳເອົາປື້ມກົດໝາຍສີ່ຂົງເຂດ ຈຳນວນ 2 ຊຸດ ລວມທັງໝົດຈຳນວນ 8 ຫົວ ແລະ ປະຕິທິນ ປີ 2017 ຈຳນວນ 10 ອັນ ມອບໃຫ້ ໜ່ວຍກຳມະບານຮາກຖານ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ກະຊວງປ້ອງກັນຄວາມສະຫງົບ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງກົມກອງໃຫ້ມີປະສິດທິຜົນຍິ່ງຂຶ້ນ.
ການຈັດກິດຈະກຳຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນເບີກບານມ່ວນຊື່ນຕັ້ງແຕ່ຕົ້ນຈົນຈົບ; ຊຶ່ງຜົນຂອງການແຂ່ງຂັນ ແມ່ນໜ່ວຍກຳມະບານຮາກຖານ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ກະຊວງປ້ອງກັນຄວາມສະຫງົບ ເປັນຝ່າຍເອົາຊະນະ ໜ່ວຍກຳມະບານຮາກຖານ ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ໄປໄດ້ 7 ປະຕູຕໍ່ 6.