Submitted by xaiyphimphone on

ໃນວັນທີ 25 ມັງກອນ 2017 ຫ້ອງການຍຸຕິທຳເມືອງຫາດຊາຍຟອງ ໄດ້ຈັດພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VI ຢູ່ທີ່ສະມສອນເມືອງຫາດຊາຍຟອງ ໃຫ້ແກ່ເລຂາພັກບ້ານ, ນາຍບ້ານ ແລະ ພະນັກ ງານຫຼັກແຫຼ່ງພາຍໃນເມືອງ ໂດຍການເປັນປະທານຂອງ ທ່ານ ທອງສັນ ແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮວ່ມຂອງ ທ່ານ ຄຳແກ່ງ ດວງພະຈັນ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງຫາດຊາຍຟອງ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ເລຂາພັກບ້ານ, ນາຍບ້ານ ຕະຫຼອດພະນັກງານ-ລັດຖະກອນພາຍໃນເມືອງ ເຂົ້າຮວ່ມຢ່າງພ້ອມພຽງ.
ໃນພິທີທ່ານ ບຸນເພັງ ກ້ານແກ້ວ ຫົວໜ້າຫ້ອງການຍຸຕິທຳເມືອງຫາດຊາຍຟອງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າເມືອງ ເມືອງຫາດຊາຍຟອງ ວ່າດ້ວຍການອະນຸມັດໃຫ້ເປີດການຮຽນກົດໝາຍຊັ້ນຕົ້ນ ຊຸດທີ VI ໃຫ້ແກ່ເລຂາພັກບ້ານ, ນາຍບ້ານ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງຫາດຊາຍຟອງ. ຈຸດປະສົງ ຂອງການເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈ ຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ແລະ ເພື່ອເຮັດໃຫ້ອົງການປົກຄອງບ້ານ ໄດ້ເຄື່ອນໄຫວວຽກງານຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ບໍລິຫານບ້ານເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ, ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານມີການພັດທະນາ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ສຳລັບວິຊາສິດສອນໃນຄັ້ງນີ້ ໄດ້ແບ່ງອອກເປັນ 37 ວິຊາ, 31 ໜວ່ຍກິດ ລະຍະເວລາການສິດສອນ ທັງໝົດ 465 ຊົ່ວໂມງ.
ໃນຕອນທ້າຍຂອງພິທີ ທ່ານ ຄຳແກ່ງ ດວງພະຈັນ ຮອງເຈົ້າເມືອງຫາດຊາຍຟອງ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີໂດຍທ່ານໄດ້ເໜັ້ນໜັກເຂົ້າຮ່ວມການຮຽນກົດໝາຍຊັ້ນຕົ້ນໃນຄັ້ງນີ້ ຈົ່ງພ້ອມກັນຕັ້ງໃຈສຶກສາຄົ້ນຄວ້າຮໍ່າຮຽນ,ແລກປຽ່ນຄຳຄິດຄຳເຫັນ ແລະ ຍາດແຍ່ງຄວາມຮູ້, ຄວາມສາມາດນຳຄູອາຈານ ເພື່ອນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮັບການຝຶກອົບຮົມໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.
ຂຽນຂ່າວ: ອ່ອນຄຳ ໄຊຍະວົງ ພາບ: ສົມຫວັງ