Submitted by xaiyphimphone on

ໃນວັນທີ່ 23 ມັງກອນ 2017 ນີ້; ພະແນກການຕ່າງປະເທດສົມທົບກັບພະແນກຍຸຕິທຳແຂວງຫົວພັນ ແລະ ອົງການປົກຄອງເມືອງຊຳເໜືອ ໄດ້ນຳເອົາເສື້ອກັນໜາວຈຳນວນ 62 ຜືນ ລວມມູນຄ່າ 3.720.000 ກີບ ມາມອບໃຫ້ໂຮງ ຮຽນມັດຖະຍົມສົມບູນຜາຖີ່ ເພື່ອປະກອບໃນການຕ້ານໄພໜາວ ໃຫ້ແກ່ນ້ອງນ້ອຍນັກຮຽນຜູ້ທຸກຍາກຂາດເຂີນ ແລະ ຜູ້ດ້ອຍໂອກາດທີ່ຢູ່ໂຮງຮຽນມັດທະຍົມສົມບູນຜາຖີ່, ພິທີມອບຮັບໄດ້ຈັດຂຶ້ນຢູ່ທີ່ໂຮງຮຽນມັດທະຍົມສົມບູນຜາຖີ່. ໂດຍມີ ທ່ານ ວົງໄຊ ຍະສີງທອນ ຫົວໜ້າພະແນກການຕ່າງປະເທດແຂວງ, ທ່ານ ສົມພອນ ອີນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ແລະ ທ່ານ ກິໂກໂນວັນ ບຸນສົງຄາມ ຮອງເລຂາພັກເມືອງ, ຮອງເຈົ້າເມືອງຊຳເໜືອ ເປັນຜູ້ມອບ ແລະ ຕາງໜ້າຮັບໂດຍ ທ່ານ ບຸນມີ ທິບພະວົງ ອຳນວຍການໂຮງຮຽນມັດທະຍົມສົມບູນຜາຖີ່, ຊື່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ມາຈາກການຊ່ວຍເຫຼືອຂອງສະຖານກົງສູນ ສປ ຈີນ ປະຈຳພາກເໜືອຂອງລາວ, ແຂວງຫຼວງພະບາງ.
ໂດຍ: ພວງເພັດ ເພັດຍາວົງ