Submitted by xaiyphimphone on

ໃນຕອນເຊົ້າຂອງວັນທີ 19 ມັງກອນ 2017 ກະຊວງຍຸຕິທຳ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ມອບຮັບໜ້າທີ່ຂອງກະຊວງຍຸຕິທຳຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ຫົວໜ້າສູນ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ, ຮອງຫົວໜ້າສູນ, ຮອງຫົວໜ້າສະຖາບັນ, ຫົວໜ້າພະແນກຮອງພະແນກ ຕະຫຼອດຮອດພະນັກງານ-ລັດຖະກອນຂອງກະຊວງຍຸຕິທຳ ເຂົ້າຮວ່ມ ຈຳນວນ 299 ທ່ານ.
ໃນພິທີດັ່ງກ່າວ ທ່ານ ບຸນທາ ຊົງເຢີທ່າວ ກຳມະການພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການສັບຊ້ອນ ແລະ ແຕ່ງຕັ້ງ ຫົວໜ້າ, ຮອງຫົວໜ້າຫ້ອງການ,ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສະຖາບັນຍຸຕິທຳແຫ່ງຊາດ, ພ້ອມທັງ ຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກກະຊວງວ່າດ້ວຍການແຕ່ງຕັ້ງເລຂາໜວ່ຍພັກຫ້ອງການ, ບັນດາກົມ ແລະ ສະຖາບັນ ດັ່ງມີລາຍຊື່ ລຸ່ມນີ້: 1. ສັບຊ້ອນ ທ່ານ ພູທອນ ແກ້ວດວງມະນີ ກຳມະການຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ ເປັນຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, 2. ສັບຊ້ອນທ່ານ ຄຳພອນ ສີປະເສີດ ກຳມະການຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ເປັນຫົວໜ້າຫ້ອງການກະຊວງ,3. ສັບຊ້ອນ ທ່ານ ບຸນຕາ ສ.ຜາບມີໄຊ ກຳມະການຄະນະພັກກະຊວງ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ເປັນຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, 4. ສັບຊ້ອນ ທ່ານ ປອ ຈອມຄຳ ບຸບຜາລີວັນ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ເປັນຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, 5. ສັບຊ້ອນ ທ່ານ ເກດສະໜາ ພົມມະຈັນ ກຳມະການຄະນະພັກກະຊວງ, ຫົວໜ້າກົມກວດກາ ແລະ ປະເມີນຜົນນິຕິກຳ ເປັນຫົວໜ້າກົມຮວ່ມມືສາກົນ, 6. ສັບຊ້ອນ ແລະ ແຕ່ງຕັ້ງ ທ່ານ ນະລົງລິດ ນໍລະສິງ ວ່າການຫົວໜ້າກົມຮວ່ມມືສາກົນ ເປັນຫົວໜ້າກົມກວດກາ ແລະ ປະເມີນຜົນນິຕິກຳ, 7. ແຕ່ງຕັ້ງ ທ່ານ ກອງສີ ສາຍສຸດທາ ຮອງຫົວໜ້າກົມທະບຽນສານ ໄປເປັນຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, 8. ແຕ່ງຕັ້ງ ທ່ານ ສີສຸພັນ ທອງສາຍທາລາ ຫົວໜ້ພະແນກສັນຊາດ ກົມສົ່ງເສີມລະບົບຍຸຕິທຳ ຂຶ້ນເປັນຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, 9. ແຕ່ງຕັ້ງ ທ່ານ ນາງ ເພັດສະໃໝ ໄຊມົງຄຸນ ຫົວໜ້າພະແນກຄຸ້ມຄອງບໍລິຫານ ສະຖາບັນຍຸຕິທຳແຫ່ງຊາດ ຂຶ້ນເປັນຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ; ການປັບປຸງກົງຈັກການຈັດຕັ້ງຄັ້ງນີ້ ກໍເພື່ອເຮັດໃຫ້ການຈັດຕັ້ງມີຄວາມໜັກແໜ້ນ ແລະ ເຂັ້ມແຂງ, ສາມາດປະຕິບັດພາລະບົດບາດຂອງກະຊວງຍຸຕິທຳຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ມອບ-ຮັບ ຫົວໜ້າຫ້ອງການກະຊວງ ລະຫວ່າງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າຫ້ອງການກະຊວງຜູ້ເກົ່າ (ຊ້າຍມື) ແລະ ທ່ານ ຄຳພອນ ສີປະເສີດ ຫົວໜ້າຫ້ອງການກະຊວງຜູ້ໃໝ່ (ຂວາມື)
ມອບ-ຮັບ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ລະຫວ່າງ ທ່ານ ບຸນຊ່ວງ ທະວີສັກ ວ່າການຫົວໜ້າກົມຜູ້ເກົ່າ (ຊ້າຍມື) ແລະ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມຜູ້ໃໝ່ (ຂວາມື)
ມອບ-ຮັບ ຫົວໜ້າກົມການຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ລະຫວ່າງ ທ່ານ ຄຳພອນ ສີປະເສີດ ຫົວໜ້າກົມຜູ້ເກົ່າ (ຊ້າຍມື) ແລະ ທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຜູ້ໃໝ່ (ຂວາມື)
ມອບ-ຮັບ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ແລະ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ລະຫວ່າງ ທ່ານ ປອ. ຈອມຄຳ ບຸບຜາລີວັນ (ຊ້າຍມື) ແລະ ທ່ານ ບຸນຕາ ສ. ພາບມີໄຊ (ຂວາມື)
ມອບ-ຮັບ ຫົວໜ້າກົມກວດກາ ແລະ ປະເມີນຜົນນິຕິກຳ ແລະ ກົມຮ່ວມມືສາກົນ ລະຫວ່າງ ທ່ານ ນະລົງລິດ ນໍລະສິງ (ຊ້າຍມື) ແລະ ທ່ານ ເກດສະໜາ ພົມມະຈັນ (ຂວາມື)
ໃນຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊື່ງກ່ອນອື່ນທ່ານກໍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ທາງຫ້ອງການ, ບັນດາກົມ, ສູນ ແລະ ສະຖາບັນ ຍາດມາໄດ້ໃນລະຍະຜ່ານມາ. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການສັບຊ້ອນ ແລະ ແຕ່ງຕັ້ງໃນຄັ້ງນີ້ ຈົ່ງໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ແລະ ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນດີງາມຂອງຫ້ອງການ, ບັນດາກົມ, ສູນ ແລະ ສະຖາບັນ ແລະ ເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ໄດ້ຮັບຜົນສຳເລັດ.
ຂຽນຂ່າວ: ອ່ອນຄຳ ໄຊຍະວົງ ພາບ: ສົມຫວັງ, ສຸກສາຄອນ