Submitted by xaiyphimphone on

ໃນຕອນເຊົ້າຂອງວັນທີ 17 ມັງກອນ 2017 ທີ່ກະຊວງຍຸຕິທຳ ໄດ້ເປີດກອງປະຊຸມຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໂດຍການເປັນປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ເປັນກຽດເຂົ້າຮວ່ມຂອງ ທ່ານ ນາງ ບຸນພາມາ ໂພທິສານ ຮອງຜູ້ອຳນວຍການກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານວິຊາການກົດໝາຍ ແລະ ພາກສວ່ນກຽ່ວຂ້ອງເຂົ້າຮວ່ມ.
ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືແລກປຽ່ນບົດຮຽນ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ກອງທຶນການປົກປັກຮັກສາສິ່ງແວດລ້ອມ ຢ່າງມີບັນຍາກາດຟົດຟື້ນ ແນ່ໃສ່ເຮັດໃຫ້ຮ່າງດຳລັດດັ່ງກ່າວ ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ,
ຮ່າງດຳລັດດັ່ງກ່າວປະກອບມີ 5 ໝວດ 27 ມາດຕາ ຊື່ງໄດ້ກຳນົດບັນດາຫຼັການ, ລະບຽບການ ການຈັດຕັ້ງການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມກວດກາກອງທຶນປົກປັກຮັກສາສິ່ງແວດລ້ອມ ເພື່ອລະດົມຂົນຂວາຍທຶນຈາກພາຍໃນ ແລະ ຕ່າງປະເທດ ແນ່ໃສ່ສະສົມທຶນເພື່ອຕອບສະໜອງໃຫ້ແກ່ວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ ປະກອບສ່ວນເຮັດໃຫ້ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ບັນລຸຕາມທິດສີຂຽວ ແລະ ຍືນຍົງ.
ຂ່າວ ອ່ອນຄຳ ໄຊຍະວົງ, ພາບ ສົມຫັວງ