Submitted by thongbang on

ຕອນບ່າຍຂອງວັນທີ 16 ມັງກອນ 2017 ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ໃຫ້ການໂອ້ລົມ ແລະ ຊີ້ນໍາພະນັກງານກົມທະບຽນສານ ຊຶ່ງໃນໂອກາດດັ່ງກ່າວ ທ່ານ ກອງສີ ສາຍສຸດທາ ຮອງຫົວໜ້າກົມທະບຽນສານກໍໄດ້ລາຍງານການເຄື່ອນໄຫວປະຕິບັດວຽກງານທະບຽນສານ ໃນໄລຍະ 1 ປີຜ່ານມາໃຫ້ທ່ານຊາບ.
ກົມທະບຽນສານ ເປັນກົມໜຶ່ງທີ່ຂຶ້ນກັບກະຊວງຍຸຕິທໍາ ປະກອບມີ 3 ພະແນກຄື: ພະແນກຄຸ້ມຄອງບໍລິຫານ, ພະແນກຄຸ້ມຄອງທະບຽນສານທ້ອງຖິ່ນ ແລະ ພະແນກສັນຍາ-ເອະສານທົ່ວໄປ. ມີພະນັກງານທັງໝົດ 23 ຄົນ ຍິງ 9 ຄົນ, ມີຫ້ອງການປະຈໍາຢູ່ແຂວງ/ນະຄອນຫຼວງ 18 ຫ້ອງການ, ມີໜ່ວຍງານປະຈໍາຢູ່ແຕ່ລະເມືອງທົ່ວປະເທດ 87 ໜ່ວຍງານ (ແຕ່ຍັງບໍ່ທັນໄດ້ເຄື່ອນໄຫວມີ 28 ໜ່ວຍງານ ຍ້ອນບໍ່ທັນມີກາປະທັບ ແລະ ພະນັງານຮັບຜິດຊອບ).
ໃນສົກປີ 2015-2016 ແລະ 3ເດືອນຂ້າມຜ່ານ ກົມທະບຽນສານ ໄດ້ຄົ້ນຄວ້າຢັ້ງຢືນເອກະສານສັນຍາ ແລະ ເອກະສານອື່ນໆທັງໝົດ 10.783 ສະບັບ, ເກັບຄ່າທໍານຽມ ແລະ ຄ່າບໍລິການໄດ້ 550.942.000 ກີບ, ລົງໂຄສະນາເຜີຍແຜ່ກົດໝາຍ, ຄໍາສັ່ງຂອງນາຍົກ ແລະ ນິຕິກໍາຕ່າງໆ ກ່ຽວກັບວຽກງານທະບຽນສານຢູ່ພາກເໜືອໄດ້ 7 ແຂວງ ແລະ 37 ເມືອງ ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 2.984 ຄົນ, ຍິງ 679 ຄົນ. ເກັບກໍາຂໍ້ມູນໃນການສ້າງຕັ້ງໜ່ວຍງານທະບຽນສານຂັ້ນເມືອງ ໄດ້ 29 ເມືອງ. ນອກຈາກນີ້, ຍັງໄດ້ສໍາເລັດການສ້າງປື້ມຄູ່ມືໂຄສະນາ, ຂຽນຕໍາລາຝືກອົບຮົມວຽກງານທະບຽນສານ ແລະ ນິຕິກໍາອື່ນໆຈໍານວນໜຶ່ງ.
ເພື່ອເຮັດໃຫ້ການປະຕິບັດວຽກງານມີຄວາມຖືກຕ້ອງ, ວ່ອງໄວ, ສອດຄ່ອງກັບກົດໝາຍ ແລະ ຕາມຄວາມເປັນຈິງຂອງສັນຍາ ທ່ານຮອງລັດຖະມົນ ໄດ້ໃຫ້ທິດຊີ້ນໍາແກ່ພະນັກກົມທະບຽນສານ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນຕາມພາລະບົດບາດ ເປັນຕົ້ນແມ່ນ ວຽກຄຸ້ມຄອງມະຫາພາກ, ວຽກງານວິຊາສະເພາະໃນການຄົ້ນຄວ້າສັນຍາ, ເອກະສານອື່ນ ໃຫ້ຮັບປະກັນຄຸນນະພາບ ແລະ ສາມາດເຊື່ອຖືໄດ້ໃນສັງຄົມ. ພ້ອມທັງໃຫ້ສືບຕໍ່ລົງເກັບກໍາຂໍ້ມູນເພື່ອສ້າງຕັ້ງໜ່ວຍງານຢູ່ແຕ່ລະເມືອງໃຫ້ຄົບຖ້ວນ, ສ້າງແບບແຜນວິທີເຮັດວຽກໃຫ້ເປັນລະບົບ ແລ ເປັນເອກະພາບກັນລະຫວ່າງສູນກາງ ແລະ ທ້ອງຖິ່ນ, ສ້າງເງື່ອນໄຂຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ ທະບຽນສານ ຊຶ່ງພະນັກງານທຸກຄົນຕ້ອງໄດ້ຜ່ານຝືກອົບຮົມເປັນລະບົບ ແລະ ຕໍ່ເນື່ອງ, ພ້ອມທັງສືບຕໍ່ໂຄສະນາວຽກງານດັ່ງກ່າວ ເພື່ອເຮັດໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈວຽກງານທະບຽນສານຫຼາຍຂຶ້ນ.