Submitted by xaiyphimphone on

ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2015-2016 ໄດ້ຈັດຂຶ້ນໃນວັນທີ 19-20 ທັນວາ ທີ່ສູນຝຶກອົບຮົມລາວ-ຍີ່ປຸ່ນ (ICTC) ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ, ມີບັນດາຜູ້ຊີ້ນຳວຽກງານຍຸຕິທຳຂັ້ນແຂວງ, ນະຄອນຫຼວງວຽງຈັນ. ບັນດາຫົວໜ້າພະແນກຍຸ ຕິທຳໃນທົ່ວປະເທດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີຜູ້ແທນກອງປະຊຸມກໍໄດ້ພ້ອມກັນຮັບຟັງບົດສະຫຼຸຸບການຈັດຕັ້ງປະຕິບັດວຽກງານຍຸຕິທຳ ປະຈຳປີ 2015-2016 ທີ່ຜ່ານມາ ແລະ ທິດທາງແຜນການຈຸດສຸມວຽກງານຍຸຕິທໍາປະຈຳປີ 2017 ຊື່ງສະເໜີໂດຍ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ. ພ້ອມດຽວກັນນັ້ນ, ກອງປະຊຸມກໍໄດ້ດຳເນີນການກວດກາຕີລາຄາການຊີ້ນຳ-ນຳພາຂອງຄະນະນຳຂະແໜງຍຸຕິທຳໃນຂອບເຂດທົ່ວປະເທດ ແລະ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໂດຍສະເພາະແມ່ນວຽກງານກົດໝາຍ ແລະ ຍຸຕິທຳ. ຫຼັງຈາກນັ້ນ ທ່ານນາຍົກລັດຖະມົນຕີໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳທີ່ສຳຄັນຕໍ່ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຊຶ່ງກ່ອນອື່ນທ່ານໄດ້ ກ່າວຍ້ອງຍໍຊົມເຊີຍຜົນງານທີ່ຄະນະພັກ-ຄະນະນຳ ຕະຫຼອດຮອດພະນັກງານລັດຖະກອນຂອງຂະແໜງວຽກງານຍຸຕິທຳທົ່ວປະເທດ ຍາດມາໄດ້ໃນລະຍະຜ່ານມາ ກໍຄືການຕັ້ງໜ້າຈັດຕັ້ງປະຕິບັດພາລະບົດບາດໜ້າທີ່ຂອງຂະແໜງຍຸຕິທຳ ໃນ ການເປັນເສນາທິການຊ່ວຍລັດຖະບານ ໃນການຄຸ້ມຄອງລັດທາງດ້ານກົດໝາຍ ແລະ ວຽກງານຍຸຕິທຳໄດ້ເປັນຢ່າງດີ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພ້ອມດຽວກັນນັ້ນ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນບາງບັນຫາທີ່ສຳຄັນ ຊຶ່ງມີເນື້ອໃນບາງຕອນວ່າ: ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນທຸກຄົນ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອ ໝັ້ນຕໍ່ການນຳພາຂອງພັກ ແລະ ລັດ, ມີຄຸນສົມບັດສິນທຳປະຕິວັດ, ຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ ແລະ ຍຸຕິທຳ. ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ ແລະ ເລິກເຊີ່ງ ໂດຍນຳໃຊ້ພາຫະນະສື່ມວນຊົນ, ໜັງສືພິມ, ວາລະສານ, ວິທະຍຸ, ໂທລະພາບ, ອິນເຕີເນັດ, ແອບພີລີເຄຊັນຜ່ານເຄືອຂ່າຍມືຖື ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍຢູ່ໃນສັງຄົມໃຫ້ດີຂຶ້ນເປັນກ້າວໆ. ພ້ອມດຽວກັນນັ້ນ ກອງປະຊຸມຍັງໄດ້ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານລັດຖະກອນ, ນັກກົດໝາຍ ແລະ ພົນລະເມືອງ ຈົ່ງສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ເພີ່ມທະວີສະຕິເຄົາລົບກົດໝາຍ, ດຳລົງຊີວິດ ແລະ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງຕາມກົດໝາຍ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຍຸຕິທຳ ແລະ ເປັນການປະກອບສວ່ນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ x ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ 8 ໃຫ້ປາກົດຜົນເປັນຈິງ.