Submitted by xaiyphimphone on

ກະຊວງຍຸຕິທຳ ໄດ້ເປີດພິທີນຳໃຊ້ແອັບກົດໝາຍລາວ ໃນຕອນບ່າຍຂອງວັນທີ 5 ທັນວາ 2016 ທີ່ໂຮງແຮມລ້ານຊ້າງ ໂດຍການເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຫົວໜ້າສູນ, ຫົວໜ້າສະຖາບັນ, ຜູ້ຕາງໜ້າຈາກອົງການສະຫະປະຊາຊາດເພື່ອການພັດທະນາ ແລະ ຄູ່ຮ່ວມພັດທະນາ ແລະ ພາກສວ່ນສື່ມວນຊົນເຂົ້າຮວ່ມ.
ໃນພິທີ ທ່ານ ບຸນຊວ່ງ ທະວີສັກ ຮັກສາການຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ຂຶ້ນລາຍງານກ່ຽວກັບການສ້າງ ແລະ ພັດທະນາແອັບກົດໝາຍລາວ ໂດຍການສະໜັບສະໜູນຈາກອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໂດຍສະເພາະ ໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ (SPLSMP).
ໃນຕອນທ້າຍ ທ່ານໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊື່ງກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍມາຍັງຄະນະຮັບຜິດຊອບໃນການຄົ້ນຄວ້າ ແລະ ສ້າງແອັບກົດໝາຍລາວ ທີ່ໄດ້ເອົາໃຈໃສ່ສຸມສະຕິປັນຍາ ແລະ ຄວາມຮັບຜິດຊອບສູງໃນການສ້າງແອັບກົດໝາຍລາວ ຊື່ງແອັບດັ່ງກ່າວ ແມ່ນແຫຼ່ງເກັບໂຮມຂໍ້ມູນທາງດ້ານກົດໝາຍ ທີ່ສາມາດຕອບສະໜອງຂໍ້ມູນຂ່າວສານທາງດ້ານກົດໝາຍໃຫ້ແກ່ສັງຄົມ ໂດຍຜ່ານໂທລະສັບມືຖື ເຮັດໃຫ້ຜູ້ຊົມໃຊ້ສາມາດຮູ້ເຖິງການເຄື່ອນໄຫວ ແລະ ແຈ້ງເຕືອນເມື່ອມີກົດໝາຍສ້າງໃໝ່ ຫຼື ກົດໝາຍປັບປຸງໃໝ່ ໄດ້ຈາກທຸກບ່ອນ ທຸກເວລາ ເຮັດໃຫ້ປະຊາຊົນລາວບັນດາເຜົ່າມີຄວາມໝັ້ນໃຈຕໍ່ກັບຂໍ້ມູນທີ່ຕົນໄດ້ຮັບຊາບເປັນທາງການ ນອກຈາກນັ້ນ ຍັງມີຄວາມສະດວກໃນການຄົ້ນຫາຄວາມໝາຍຂອງຄຳສັບກົດໝາຍໄດ້ຢ່າງຖືກຕ້ອງ ແລະ ບໍ່ຕີຄວາມໝາຍຜິດພ້ຽນໄປຢ່າງອື່ນ. ພ້ອມກັນນີ້, ການນຳໃຊ້ແອັບກົດໝາຍລາວ ແລະ ແອັບຄຳສັບກົດໝາຍລາວ ຈະສ້າງຜົນປະໂຫຍດຢ່າງ ຫຼວງຫຼາຍໃຫ້ແກ່ປະຊາຊົນລາວບັນດາເຜົ່າໃນການເຂົ້າເຖິງແຫຼ່ງຂໍ້ມູນ, ຂ່າວສານທາງດ້ານກົດໝາຍ ໂດຍທາງຜ່ານໂທລະສັບມືຖື. ຫຼັງຈາກນັ້ນ ທ່ານ ໄຊສີ ສັນຕິວົງ ກໍໄດ້ກ່າວເປີດການນຳໃຊ້ແອັບກົດໝາຍລາວ ແລະ ແອັບຄຳສັບກົດໝາຍ ລາວຢ່າງເປັນທາງການ.
ຂຽນຂ່າວ: ອອ່ນຄຳ ພາບ: ສຸກສາຄອນ