Submitted by xaiyphimphone on

ໃນທ້າຍອາທິດທີ່ຜ່ານມາ ບໍລິສັດ ເບຍລາວ ຈຳກັດ ໄດ້ນຳເອົາເຄື່ອງກິລາມາມອບແກ່ກົມໂຄສະນາອົບຮົມກົດໝາຍ ກະຊວງຍຸຕິທຳ ຈຳນວນ 20 ຊຸດ ໂດຍການມອບຂອງ ທ່ານ ບຸນກັນ ກຸລະບຸດ ຜູ້ອຳນວຍການຝ່າຍປະຊາສຳພັນ ແລະ ກິດຈະກຳເພື່ອສັງຄົມ ໂດຍການກ່າວຮັບຂອງ ທ່ານ ບຸນລ້ອມ ດວງມາລາ ຮອງຫົວໜ້າກົມໂຄສະນາອົບຮົມກົດໝາຍ, ມີພະນັກງານທັງສອງຝ່າຍເຂົ້າຮວ່ມເປັນສັກຂີພິຍານ.
ໃນໂອກາດດັ່ງກ່າວ ທ່ານ ບຸນລ້ອມ ດວງມາລາ ຮອງຫົວໜ້າກົມໂຄສະນາອົບຮົມກົດໝາຍ ກໍໄດ້ສະແດງຂອບໃຈພ້ອມທັງມອບປຶ້ມກົດໝາຍ ໃຫ້ບໍລິສັດເບຍລາວ ເພື່ອນຳໄປຮັບໃຊ້ໃນວຽກງານຂອງຕົນຄັ້ງນີ້,
ຫຼັງຈາກນັ້ນ ທັງສອງຝ່າຍໄດ້ຮວ່ມກັນສ້າງຂະບວນການກິລາບານເຕະມິດຕະພາບ ຊຶ່ງຜ່ານການແຂ່ງທີມບໍລິສັດເບຍລາວ ສາມາດເອົາຊະນະ ທີມກົມໂຄສະນາອົບຮົມກົດໝາຍໄປ 8 ປະຕູຕໍ່ 5
ຂ່າວ: ອ່ອນຄຳ; ພາບ: ສຸກສາຄອນ