Submitted by xaiyphimphone on

ໃນຕອນບ່າຍ ຂອງວັນທີ 18 ຕຸລາ 2016 ຢູ່ທີ່ກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນຈັດຕະວາ ຫງຽວນ ວັນ ແຮ້ງ, ກຳມະການສູນກາງພັກ, ຮອງປະທານສານປະຊາຊົນສູງສຸດ, ຫົວໜ້າສານທະຫານຂັ້ນສູນກາງແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ວຽກງານຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ພົນຈັດຕະວາ ຫງຽວນ ວັນ ແຮ້ງ ກຳມະການສູນກາງພັກ, ຮອງປະທານສານປະຊາຊົນສູງສຸດ, ຫົວໜ້າສານທະຫານຂັ້ນສູນກາງແຫ່ງ ສສ ຫວຽດນາມພ້ອມດ້ວຍຄະນະທີ່ເດີນທາງມາຢ້ຽມຢາມ ແລະ ວຽກງານຢູ່ ສປປ ລາວ ໃນຄັ້ງນີ້.
ຫຼັງຈາກນັ້ນ ທັງສອງຝ່າຍກໍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາໃຫ້ກັນຊາບ, ພ້ອມທັງສົນທະນາວຽກງານຍຸຕິທຳ ແລະ ຮ່ວມກັນປຶກສາຫາລືການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານວຽກງານຍຸຕິທຳໃນຕໍ່ໜ້າ.
ໂອກາດດຽວກັນນີ້, ທ່ານ ພົນຈັດຕະວາ ຫງຽວນ ວັນ ແຮ້ງ ກຳມະການສູນກາງພັກ, ຮອງປະທານສານປະຊາຊົນສູງສຸດ, ຫົວໜ້າສານທະຫານຂັ້ນສູນກາງແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນພ້ອມທັງລາຍງານການເຄື່ອນໄຫວວຽກງານທ່ານພ້ອມດ້ວຍຄະນະໃນຄັ້ງນີ້.
ຂຽນຂ່າວ: ປາວີຄຳ ເພັດທະລາກຸນ ພາບ: ສຸກສາຄອນ ຈັນທະວຸດ