Submitted by xaiyphimphone on

ໃນຕອນເຊົ້າຂອງວັນທີ່ 14 ຕຸລາ 2016 ຢູ່ທີ່ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ໄດ້ຈັດພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍການເປັນປະທານຂອງ ທ່ານ ໄກທິບພະຈັນ ພວງພະຈັນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ມີຄະນະຊາວໜຸ່ມຮາກຖານສະຖາບັນຍຸຕິທຳແຫ່ງຊາດ, ຄູອາຈານ ຕະຫຼອດຮອດນັກສຶກສາກົດໝາຍທີ່ເປັນສະມາຊິກຊາວໜຸ່ມໃໝ່ ແລະ ແຂກຖືກເຊີນເຂົ້າຮວ່ມ.
ໃນພິທີ ທ່ານ ຄຳພູ ສໍຜາບມີໄຊ ຈັດຕັ້ງພິທີກໍໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະຊາວໜຸ່ມຮາກຖານສະຖາບັນຍຸຕິທຳແຫ່ງຊາດ ວ່າດ້ວຍການອະນຸມັດຮັບເອົານັກສຶກສາກົດໝາຍຜູ້ທີ່ເປັນມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ທັງໝົດ ຈຳນວນ 85 ທ່ານ ຍິງ 18 ທ່ານ ເພື່ອປະກອບສ່ວນເປັນກຳລັງແຮງໃຫ້ແກ່ວຽກງານຊາວໜຸ່ມຂອງສະຖາບັນຍຸຕິທຳແຫ່ງຊາດ ໃນການປະຕິບັດພາລະບົດບາດສິດ ແລະ ໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິຜົນ ໂດຍສະເພາະການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວວາງອອກໃຫ້ປາກົດຜົນເປັນຈິງ.
ໃນຕອນທ້າຍຂອງພິທີ ທ່ານ ໄກທິບພະຈັນ ພວງພະຈັນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ກໍໄດ້ກຽດໂອ້ລົມ ແລະ ໃຫ້ຄຳໂອວາດຕໍ່ຜູ້ທີ່ໄດ້ຮັບເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວໃນຄັ້ງນີ້ ຈົ່ງໄດ້ເອົາໃຈໃສ່ປະຕິບັດກົດລະບຽບຊາວໜຸ່ມວາງອອກຢ່າງເຂັ້ມງວດ. ພ້ອມດຽວກັນນັ້ນ ກໍຕັ້ງໜ້າດຸໝັ່ນຄົ້ນຄ້ວາຮ່ຳຮຽນໃຫ້ເປັນຊາວໜຸ່ມ ທີ່ຮຽນດີ, ຮຽນເກັ່ງ, ມີຄຸນສົມບັດສິນທຳປະຕິວັດ ແລະ ປະສົບຜົນສຳເລັດໃນການສຶກສາ.
ຫຼັງຈາກນັ້ນ ຕົວແທນຈາກສະມາຊິກຊາວໜຸ່ມໃໝ່ກໍໄດ້ຂຶ້ນຮັບຄຳໂອວາດ ແລະ ໃຫ້ຄຳປະຕິຍານວ່າ ຈະພ້ອມກັນປະຕິບັດຕາມກົດລະບຽບຂອງຊາວໜຸ່ມວາງອອກ ພ້ອມເປັນກຳລັງແຮງໃນການສືບທອດພາລະກິດປະຕິວັດ ກໍຄື ສອງ ໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມຄຳຂັວນຂອງຊາວໜຸ່ມທີ່ວ່າ ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການ ຊາວໜຸ່ມຂານອາສາ.
ຂຽນຂ່າວ: ອ່ອນຄຳ; ພາບ: ສຸກສາຄອນ, ປາວີຄຳ