Submitted by wickyboubphalyvanh on

ກະຊວງຍຸຕິທຳ, ກົມໂຄສະນາອົບຮົມກົດໝາຍ, ໜ່ວຍງານຈົດໝາຍເຫດທາງລັດຖະການ ໄດ້ຈັດຊຸດຝຶກອົບຮົມໃຫ້ຜູ່ປະສານງານ ວຽກງານຈົດໝາຍເຫດທາງລັດຖະການໃນລະບົບເອເລັກໂຕຣນິກ 4 ແຂວງພາກກາງ ແລະ ນະຄອນຫຼວງວຽງຈັນ ໃນລະຫວ່າງ ວັນທີ 13-14 ຕຸລາ 2016 ທີ່ໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສຸວຽງທອງ ວົງຈຳປາ ກຳມະການປະຈຳພັກເມືອງ, ຮອງເຈົ້າເມືອງໆວັງວຽງ ຊຶ່ງມີນັກສໍາມະນາກອນມາ ຈາກຫ້ອງວ່າການປົກຄອງແຂວງ ແລະ ພະແນກຍຸຕິທຳ ແຂວງ ວຽຈັນ, ຄຳມ່ວນ, ບໍລິຄຳໄຊ, ໄຊສົມບູນ ແລະ ນະຄອນຫຼວງວຽງຈັນ, ມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ, ຍິງ 10 ທ່ານ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອໃຫ້ຜູ້ປະສານງານເຫັນໄດ້ບົດບາດຄວາມໝາຍຄວາມສຳຄັນຂອງການຈັດຕັ້ງປະຕິບັດຈົດໝາຍເຫດທາງລັດຖະການໃນລະບົບເອເລັກໂຕຣນິກ. ຊຸດຝຶກອົບຮົມໃນຄັ້ງນີ້ໄດ້ເນັ້ນໃຫ້ຜູ້ປະ ສານງານຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ໃຫ້ມີປະສິດທິຜົນ, ຜູ້ປະສານງານຕ້ອງກຳໄດ້ ແລະ ຮັບຮູ້ສິດ ແລະພາລະບົດບາດຂອງຕົນໃນການສັງລວມ, ການເກັບໂຮມ, ການໄຈ້ແຍກ ແລະ ການນຳສົ່ງ ນິຕິກຳ ລວມເຖິງວິທີການນຳໃຊ້ເວັບໄຊຈົດໝາຍເຫດທາງລັດຖະການ. ໃນລະຫວ່າງການຝຶກອົບຮົມໄດ້ດຳເນີນໄປດ້ວຍບັນຍາກາດອັນດີ, ຟົດຟື້ນ ແລະ ເປັນກັນເອງ ແລະ ໄດ້ມີການແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນລະ ຫວ່າງ ນັກສຳມະນາກອນ ແລະ ຜູ້ບັນຍາຍ ເຫັນວ່າບັນຫາໃດຍັງບໍ່ຈະແຈ້ງ ກໍໄດ້ຮັບການແກ້ໄຂ ແລະ ເປັນເອກະພາບກັນ ແລະ ເຮັດໃຫ້ມີຄວາມເຂົ້າໃຈແຈ້ງຂຶ້ນຕື່ມ.
ຂ່າວ ແລະ ພາບໂດຍ: ກົມໂຄສະນາອົບຮົມກົດໝາຍ