Submitted by xaiyphimphone on

ກະຊວງຍຸຕິທຳ ໄດ້ເປີດກອງປະຊຸມວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານທົ່ວປະເທດ ປະຈຳປີ 2016 ຂຶ້ນໃນລະຫວ່າງວັນທີ່ 11-12 ຕຸລາ 2016 ທີ່ໂຮງແຮມນະຄອນສັກ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີທ່ານຮອງລັດຖະມົນຕີ, ບັນດາທ່ານຫົວໜ້າກົມ, ຫົວໜ້າພະແນກຍຸຕິທຳແຂວງທົ່ວປະເທດ ແລະ ແຂກຖືກເຊີນຈາກກະຊວງທີ່ກຽ່ວຂ້ອງ ພ້ອມດ້ວຍພະນັກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ເຂົ້າຮວ່ມທັງໝົດ 150 ທ່ານ.
ໃນກອງປະຊຸມ ທ່ານ ຄຳພອນ ສີປະເສີດ ຫົວໜ້າກົມຄຸ້ມຄອງການປະຕິບັດຄຳຕັດສີນຂອງສານ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເຄື່ອນໄຫວວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ປະຈຳສົກປີ 2015-2016 ແລະ ທິດທາງແຜນການ ສຳລັບປີ 2017 ຊຶ່ງທ່ານໄດ້ກ່າວວ່າ ວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແມ່ນວຽກງານໜຶ່ງທີ່ສຳຄັນຢູ່ໃນລະບົບຍຸຕິທຳ ໂດຍການນຳເອົາຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສີນ, ຄຳພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ມາຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ປາກົດຜົນເປັນຈິງ ເພື່ອຟື້ນຟູສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່ ແລະ ພົນລະເມືອງທີ່ຖືກລະເມີດ ຫຼື ສູນເສຍໄປກັບຄືນມາ.
ໃນໄລຍະຜ່ານມາ ກົມຄຸ້ມຄອງການປະຕິບັດຄຳຕັດສີນຂອງສານ ກໍໄດ້ປະສານສົມທົບກັບອົງການປົກຄອງແຂວງ, ກົມຈັດຕັ້ງ ແລະ ພະນັກງານ ປັບປຸງກົງຈັກການຈັດຕັ້ງຂອງຕົນຢູ່ຂັ້ນທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ວຽກງານວິຊາສະເພາະ, ໃນສົກປີ 2015-2016 ສາມາດຈັດຕັ້ງປະຕິບັດຄຳຕັດສີນຂອງສານໃນທົ່ວປະເທດໄດ້ 1,684 ເລື່ອງ ແບ່ງເປັນຄະດີແພ່ງ 800 ເລື່ອງ, ຄະດີອາຍາ 884 ເລື່ອງ ສາມາດມອບເງິນຄືນໃຫ້ຄູ່ຄວາມໃນຄະດີແພ່ງ ແລະ ອາຍາ ໄດ້ທັງໝົດ 28,172,729,265 ກີບ; ເງິນບາດໄທ ຈຳນວນ 45,421,982 ບາດ; ເງິນຢວນ ຈຳນວນ 33,790 ຢວນ ແລະ ເງິນໂດລາສະຫະລັດ 1,198,876 ໂດລາ. ໄດ້ມອບເງິນອາກອນ, ເງິນປັບໃໝ ແລະ ເງິນຮິບເຂົ້າລັດໄດ້ 5,983,865,931 ກີບ. ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຕໍ່ກັບຮ່າງບົດລາຍງານ ດ້ວຍບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ເພື່ອພ້ອມກັນປຶກສາຫາລື, ຊອກຫາວິທີການແກ້ໄຂ ແນ່ໃສ່ຮັບປະກັນໃຫ້ຈຳນວນຄຳຕັດສີນຂອງສານທີ່ໃຊ້ຢ່າງເດັດຂາດນັ້ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງວ່ອງໄວ, ຖືກຕ້ອງ ແລະ ເຂັ້ມງວດ, ແກ້ໄຂຫາງສຽງຈົ່ມວ່າຂອງສັງຄົມໃຫ້ຫຼຸດຜ່ອນລົງເທື່ອລະກ້າວ. ພ້ອມດຽວກັນນັ້ນ ກອງປະຊຸມ ໄດ້ພ້ອມກັນກຳນົດທິດທາງແຜນການໃນການເຄື່ອນໄຫວວຽກງານປີ 2017 ແມ່ນບົນພື້ນຖານຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງຍຸຕິທຳ ໃຫ້ປາກົດຜົນເປັນຈິງ. ພ້ອມກັນນັ້ນ, ກໍຈະສືບຕໍ່ປັບປຸງກົງຈັກການຈັດຕັ້ງປະຕິບັດຄຳຕັດສີນຂອງສານໃຫ້ເປັນລະບົບຄົບຊຸດຕິດພັນກັບການເພີ່ມຈຳນວນ ແລະ ພັດທະນາຄຸນນະພາບຂອງບຸກຄະລາກອນຜູ້ທີ່ເຮັດວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ຮັບປະກັນໃຫ້ອົງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ສາມາດປະຕິບັດພາລະບົດບາດໃນການເຄື່ອນໄຫວວຽກງານຂອງຂະແໜງຍຸຕິທຳໃນໄລຍະໃໝ່.
ຂ່າວໂດຍ: ອອ່ນຄຳ ໄຊຍະວົງ; ພາບໂດຍ: ຄຳພອນ, ຈັນທະວີສຸກ, ສີປະໄພ