Submitted by xaiyphimphone on

ໃນຕອນເຊົ້າຂອງວັນທີ 10 ຕຸລາ 2016, ກະຊວງຍຸຕິທຳ ຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ການປະເມີນສິ່ງແວດລ້ອມແບບຍຸດທະສາດ ຢູ່ທີ່ຫ້ອງປະຊຸມກະຊວງຍຸຕິທຳ ພາຍໃຕ້ການເປັນປະທານຂອງ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຂອງສອງກະຊວງເຂົ້າຮ່ວມ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ການປະເມີນສິ່ງແວດລ້ອມແບບຍຸດທະສາດ ດ້ວຍຄວາມຮັບຜິດຊອບສູງ. ຮ່າງດຳລັດສະບັບດັ່ງກ່າວ ປະກອບມີ 6 ໝວດ 38 ມາດຕາ ຊຶ່ງເປັນການຜັນຂະຫຍາຍ ມາດຕາ 19 ຂອງກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 29/ສພຊ, ລົງວັນທີ 18 ທັນວາ 2016 ກ່ຽວກັບການປະເມີນສິ່ງແວດລ້ອມແບບຍຸດທະສາດ ມາເປັນອັນລະອຽດ ເພື່ອເປັນບ່ອນອີງໃຫ້ຂະແໜງການທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍສະເພາະເວລາສ້າງ ແລະ ທົບທວນນະໂຍບາຍ, ຍຸດທະສາດ ແລະ ແຜນການ ແນໃສ່ຫຼີກເວັ້ນ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ ປະກອບສ່ວນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ດຳເນີນຕາມທິດສີຂຽວ ແລະ ຍືນຍົງ
ຂ່າວ: ສີປະໄພ; ພາບ: ສຸກສາຄອນ