Submitted by xaiyphimphone on

ໃນວັນທີ 29 ກັນຍາ 2016 ຢູ່ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ ໄດ້ຈັດກອງປະຊຸມຜ່ານຮ່າງດຳລັດວ່າດ້ວຍກອງທຶນສ້າງ ແລະ ພັດທະນາສີມືແຮງງານ ໂດຍການເປັນປະທານຂອງ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ, ກະຊວງຍຸຕິທຳ ເປັນກຽດເຂົ້າຮ່ວມຂອງ ທ່ານ ພູວັນ ຈັນທະວົງ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີທ່ານຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການ ຂອງກະຊວງຍຸຕິທຳ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍກອງທຶນສ້າງ ແລະ ພັດທະນາສີມືແຮງງານ ຊຶ່ງຮ່າງດຳລັດສະບັບດັ່ງກ່າວ ປະກອບມີ 6 ໝວດ 23 ມາດຕາ ຊຶ່ງໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສ້າງຕັ້ງ, ການຄຸ້ມຄອງ, ການນຳໃຊ້ ແລະ ຕິດຕາມກວດກາ ກອງທຶນສ້າງ ແລະ ພັດທະນາສີມືແຮງງານ ເພື່ອເປັນການລະດົມ, ສະສົມທຶນ, ສ້າງ ແລະ ເພີ່ມທະວີຄວາມເຂັ້ມແຂງທາງດ້ານການເງິນ ແນໃສ່ໃນການສ້າງ ແລະ ພັດທະນາສີມືແຮງງານໃຫ້ມີຄຸນນະພາບຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ຂ່າວ: ນ. ສີປະໄພ ເພັດປະທຸມມາ; ພາບ: ນ. ປາວີຄຳ ເພັດທະລາກຸນ