Submitted by xaiyphimphone on

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2016 ຢູ່ທີ່ກະຊວງຍຸຕິທຳ ໄດ້ຈັດພິທີມອບ-ຮັບຫ້ອງອັດສຽງ ໃຫ້ແກ່ກະຊວງຍຸຕິທຳຂຶ້ນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ມູຣາລີ ບານິບຣາ ມານິຢຳ ຮອງຫົວໜ້າອົງການສະຫະປະຊາຊາດເພື່ອການພັດທະນາ, ມີຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ ແລະ ບັນດາຜູ້ຕາງໜ້າກົມພາຍໃນກະຊວງຍຸຕິທຳເຂົ້າຮ່ວມ.
ໃນພິທີ ທ່ານ ບຸນຊ່ວງ ທະວີສັກ ວ່າການຫົວໜ້າກົມໂຄສະນາອົບຮົມກົດໝາຍ ໄດ້ລາຍງານກ່ຽວກັບສະພາບ ແລະ ຄວາມຈຳເປັນໃນການສ້າງຫ້ອງອັດສຽງ ຊຶ່ງໄດ້ຮັບທຶນຈາກໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດການພັດທະນາລັດທີປົກຄອງດ້ວຍກົດໝາຍ ແຜນການສ້າງຫ້ອງອັດສຽງ ແມ່ນມີມາແຕ່ປີ 2015 ແລະ ໄດ້ຮັບອະນຸມັດງົບປະມານ ໃນຕົ້ນປີ 2016 ຈຶ່ງໄດ້ມີການປະມູນເພື່ອຄັດເລືອກເອົາບໍລິສັດທີ່ຈະກໍ່ສ້າງ, ການກໍ່ສ້າງໄດ້ແບ່ງເປັນສອງວຽກ ຄື: 1. ສ້ອມແປງຫ້ອງອັດສຽງທີ່ໄດ້ມາດຕະຖານ; 2. ຕິດຕັ້ງອຸປະກອນອັດສຽງທີ່ທັນສະໄໝ ພ້ອມທັງໄດ້ເຮັດສັນຍາກັບບໍລິສັດ ແລ້ວເລີ່ມການກໍ່ສ້າງມາແຕ່ວັນທີ 24 ມິຖຸນາ ຫາ ວັນທີ 24 ກໍລະກົດ 2016 ແລະ ຈຶ່ງສຳເລັດການກໍ່ສ້າງ ລວມທັງການສະໜອງຕິດຕັ້ງອຸປະກອນຕ່າງໆໃນຫ້ອງອັດສຽງ ລວມມູນຄ່າການກໍ່ສ້າງທັງໝົດ 13.700 ໂດລາສະຫະລັດ ຫຼື ເທົ່າກັບ 109.600.000 ກີບ.
ຕອນທ້າຍຂອງພິທີ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ສະແດງຄວາມຂອບໃຈ ແລະ ຂໍຊົມເຊີຍມາຍັງທ່ານ ຜຸ້ໃຫ້ທຶນສະໜູນສະໜູນໂດຍສະເພາະໂຄງການຈັດຕັ້ງປະຕິບັດແຜນແມ່ບົດການພັດທະນາລັດທີ່ປົກຄອງດ້ວຍກົດໝາຍ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການກໍ່ສ້າງ. 1 ການສ້າງຫ້ອງອັດສຽງດັ່ງກ່າວ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍຕໍ່ວຽກງານໂຄສະນາເຜີຍແຜ່ກົດໝາຍ ເວົ້າລວມ ເວົ້າສະເພາະ ແມ່ນການນຳເອົາຂໍ້ມູນຂ່າວສານທາງດ້ານກົດໝາຍໄປສູ່ສັງຄົມໂດຍຜ່ານວິທະຍຸກະຈາຍສຽງ, ການບັນທຶກຂໍ້ມູນກ່ຽວກັບລັດຖະທຳມະນູນ ແລະ ກົດໝາຍລົງໃນແຜນຊີດີ ເພື່ອນຳໄປແຈກຢາຍໃຫ້ຕາໜ່າງໂຄສະນາເຜີຍແຜ່ກົດໝາຍທີ່ຢູ່ທ້ອງຖິ່ນຮາກຖານ ເປັນຕົ້ນແມ່ນຢູ່ບ້ານ, ຊຸມຊົນ ແລະ ກຸ່ມບ້ານຕ່າງໆ ໄດ້ນຳໃຊ້ໃນຂອບເຂດທົ່ວປະເທດ.
ຫຼັງຈາກນັ້ນ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ຮອງຫົວໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ກໍໄດ້ຮ່ວມກັນຕັດແຄບຜ້າ ເພື່ອເປັນການມອບ-ຮັບຫ້ອງອັດສຽງດັ່ງກ່າວ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງຜູ້ຕ່າງໜ້າບັນດາກົມ ແລະ ແຂກເຂົ້າຮ່ວມ.
ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ຄຳພອນ ທ່າວເຈີວາງ