Submitted by xaiyphimphone on

ພິທີມອບປະກາສະນີຍະບັດ ໃຫ້ຜູ້ສຳເລັດການສຶກສາກົດໝາຍຊັ້ນສູງ ຮຸ່ນທີ 1 ແລະ ປະລິນຍາຕີ ຮຸ່ນທີ 6 ປະຈຳສົກປີ 2015-2016 ຂອງສະຖາບັນຍຸຕິທຳແຫ່ງຊາດ, ກະຊວງຍຸຕິທຳ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ກັນຍາ 2016 ທີ່ສູນການຄ້າລາວໄອເຕັກ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຫົວໜ້າກົມ, ຫົວໜ້າສະຖາບັນອອ້ມຂ້າງກະຊວງຍຸຕິທຳ ແລະ ແຂກຖືກເຊີນ, ພ້ອມດ້ວຍຄູອາຈານ ຕະຫຼອດພໍ່ແມ່ຜູ້ປົກຄອງ ແລະ ນັກສຶກກົດ ໝາຍຜູ້ສຳເລັດການສຶກສາເຂົ້າຮວ່ມ.
ໃນພິທີ ທ່ານ ປອ ຈອມຄຳ ບຸບຜາລີວັນ ໄດ້ຂຶ້ນຜ່ານບົດສະຫຼຸບໃນການກໍ່ສ້າງນັກສຶກສາກົດໝາຍລະບົບຊັ້ນສູງ ຮຸ່ນທີ 1 ແລະ ປະລິນຍາຕີ ຮຸ່ນ 6 ຊື່ງທ່ານໄດ້ກ່າວວ່າ ໃນສົກປີ 2015-2016 ມີຜູ້ສຳເລັດການສຶກສາທັງໝົດ 1.558 ຄົນ, ຍິງ 462 ຄົນ ໃນນີ້ແບ່ງເປັນລະບົບຊັ້ນສູງ 842 ຄົນ ຍິງ 260 ແລະ ລະບົບປະລິນຍາຕີ 716 ຄົນ ຍິງ 202 ຄົນ. ຜ່ານການສອບເສັງສາມາດຈັດອັນດັບໄດ້ ດັ່ງນີ້: ລະບົບຊັ້ນສູງ ໄດ້ລະດັບດີເລີດມີ 90 ຄົນ, ລະດັບດີຫຼາຍມີ 200 ຄົນ, ລະດັບດີມີ 450 ຄົນ, ລະດັບປານກາງມີ 101 ຄົນ ແລະ ສຳລັບລະບົບປະລິນຍາຕີ ລະດັບດີເລີດມີ 71 ຄົນ, ລະດັບດີຫຼາຍ ມີ143 ຄົນ, ລະດັບດີ 394 ຄົນ, ລະດັບປານກາງ 108 ຄົນ ສັງລວມແລ້ວຜົນສຳເລັດໃນຄັ້ງນີ້ ກໍຍ້ອນຄວາມເອົາໃຈໃສ່ຂອງຄູ-ອາຈານທີ່ເປັນເຈົ້າການໃນການສິດສອນ ແລະ ນັກສຶກສາແຕ່ລະຄົນ ຍາມໃດກໍເອົາໃຈໃສ່ຕັ້ງໜ້າສຶກສາຄົ້ນຄວ້າຮ່ຳຮຽນ, ອົດທົນຜ່ານຜ່າຄວາມຫຍຸ້ງຫຍາກນາໆປະການໃນໄລຍະຝຶກງານ ຈຶ່ງສາມາດສອບເສັງສຳເລັດຕາມຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງຄົບຖ້ວນ.
ໃນຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດມອບໃບປະກາສະນິຍະບັດໃຫ້ນັກສຶກສາກົດໝາຍ ແລະ ໂອ້ລົມຜູ້ທີ່ເລັດການສຶກສາໃນສົກປີນີ້ ຈົ່ງພ້ອມກັນນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປນຳໃຊ້ເຂົ້າໃນວຽກງານ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດແກ່ສັງຄົມ.
ຂ່າວ: ອອ່ນຄຳ ໄຊຍະວົງ; ພາບ: ຈັນທະວີສຸກ ແລະ ສຸດສາຄອນ