Submitted by xaiyphimphone on

ພິທີປະກາດການຈັດຕັ້ງຂອງສະຖາບັນຍຸຕິທຳພາກກາງແຂວງສະຫັວນນະເຂດ ໃນໄຂຂຶ້ນໃນຕອນເຊົ້າຂອງວັນທີ 16 ກັນຍາ 2016 ໂດຍການເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ,ມີບັນດາຫົວໜ້າພະແນກ, ຫົວໜ້າຫ້ອງການອອ້ມຂ້າງແຂວງ, ຜູ້ອຳນວຍການ, ຮອງຜູ້ອຳນວຍການວິທະຍາໄລທັງພາກລັດ ແລະ ເອກະຊົນ ພ້ອມທັງພະນັກງານ, ຄູ-ອາຈານ ເຂົ້າຮ່ວມທັງໝົດ 83 ທ່ານ.
ໃນພິທີ ທ່ານ ບຸນທາ ຊົ່ງເຢີທ່າວ ຫົວໜ້າກົມຈັດຕັ້ງພະນັກງານ, ກະຊວງຍຸຕິທຳ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 527/ກຍ, ລົງວັນທີ 13 ມິຖຸນາ 2016 ວ່າດ້ວຍ ການອະນຸມັດໃຫ້ ທ່ານ ປອ. ບຸນເສີດ ທຳມະວົງ ຫົວໜ້າສະຖາບັນຍຸຕິທຳພາກກາງ ແຂວງສະຫັວນນະເຂດ ອອກພັກຜ່ອນ-ຮັບເບ້ຍບຳນານ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 820/ກຍ, ລົງວັນທີ 12 ກັນຍາ 2016 ວ່າດ້ວຍ ການແຕ່ງຕັ້ງ ທ່ານ ສົມສະໜິດ ດອນປະເສີດ ຮອງຫົວໜ້າສະຖາບັນຍຸຕິທຳພາກກາງ ເປັນຜູ້ວ່າການຫົວໜ້າສະຖາບັນຍຸຕິທຳພາກກາງ ແຂວງສະຫວັນນະເຂດ ທັງນີ້ກໍເພື່ອເປັນການປັບປຸງກົງຈັກການຈັດຕັ້ງຂອງສະຖາບັນຍຸຕິທຳພາກກາງ ໃຫ້ມີຄວາມໜັກແໜ້ນທາງດ້ານເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ໂດຍສະເພາະວຽກງານກໍ່ສ້າງບຸກຄະລາກອນທີ່ມີຄວາມຮູ້ທາງດ້ານກົດໝາຍໃຫ້ແກ່ສັງຄົມ.
ໃນຕອນທ້າຍພິທີໄດ້ຮັບຟັງການໂອ້ລົມຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ຊື່ງທ່ານກໍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ທາງສະຖາບັນຍຸຕິທຳພາກກາງ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມກັນນັ້ນ, ຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ແລະ ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນດີງາມຂອງສະຖາບັນ ແລະ ເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ໄດ້ຮັບຜົນສຳເລັດ.
ຂຽນຂ່າວ: ອອ່ນຄຳ ໄຊຍະວົງ; ພາບ: ວຽງໄຊ