Submitted by xaiyphimphone on

ໃນຕອນເຊົ້າຂອງວັນທີ 05 ກັນຍາ 2016 ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງ ແຂວງບໍ່ແກ້ວ ໄດ້ຈັດພິທີປິດການຮຽນ-ການສອນໂຄງການບຳບຸງກົດໝາຍ ໄລຍະສັ້ນ 45 ວັນ ຂອງພະແນກຍຸຕິທຳ ແຂວງບໍ່ແກ້ວ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ, ກຳມະການສູນກາງພັກ, ເລຂາພັກ, ເຈົ້າແຂວງໆບໍ່ແກ້ວ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທຳ, ຮອງພະແນກຍຸຕິທຳ, ລັດວິສາຫະກິດ, ນັກວິທະຍາກອນ ແລະ ນັກສຳມະນາກອນ ລວມທັງ ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 124 ທ່ານ, ຍິງ 32 ທ່ານ.
ໃນພິທີ ທ່ານ ຄຳຫຼ້າ ອຸດທະຍອດ, ຫົວໜ້າພະແນກຍຸຕິທຳແຂວງ ໄດ້ຂຶ້ນກ່າວບົດສະຫຼຸບລາຍງານວຽກງານການຈັດຕັ້ງປະຕິບັດໂຄງການບຳລຸງກົດໝາຍ ໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ-ຂັ້ນເມືອງ ຊຸດທີ 5 ປະຈຳສົກປີ 2015-2016 ໂດຍປະຕິບັດຕາມຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳ, ສະບັບເລກທີ 1039/ກຍ, ລົງວັນທີ 04 ທັນວາ 2015 ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ແລະ ຍຸຕິທຳຮາກຖານ, ອີງຕາມຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງໆບໍ່ແກ້ວ ສະບັບເລກທີ 708 /ຈຂ. ບກ, ລົງວັນທີ 22 ມີຖຸນາ 2016 ວ່າດ້ວຍ ອະນຸມັດເປີດໂຄງການຫຼັກສູດບຳລຸງກົດໝາຍ ໄລຍະສັ້ນ 45 ວັນຂອງແຂວງບໍ່ແກ້ວ ຊຶ່ງຫຼັກສູດການຮຽນ-ການສອນຄັ້ງນີ້ ປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ, ມີຜູ້ເຂົ້າຝຶກອົບຮົມ ຈຳນວນ 49 ຄົນ, ຍິງ 12 ຄົນ ຊຶ່ງມາຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້. ຜ່ານການຝຶກອົບຮົມສາມາດຕີລາຄາ ແລະ ຈັດປະເພດ ດັ່ງນີ້ 1. ປະເພດດີເລີດ 23 ສະຫາຍ, ຍິງ 6 ສະຫາຍ, 2. ປະເພດດີ 26 ສຫາຍ, ຍິງ 6 ສະຫາຍ.
ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດທີ່ຄະນະພັກ, ຄະນະນຳ ແຂວງບໍ່ແກ້ວ ຕະຫຼອດຮອດນັກວິທະຍາກອນ ແລະ ນັກສຳມະນາກອນ ທີ່ໄດ້ສຳເລັດການ ຝຶກອົບຮົບກົດໝາຍ ໄລຍະສັ້ນ 45 ວັນ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກ ໃຫ້ນັກສຳມະນາກອນທຸກສະຫາຍ ຈົງພ້ອມກັນນຳເອົາຄວາມຮູ້, ຄວາມສາມາດ ແລະ ເນື້ອໃນກົດໝາຍທີ່ຕົນໄດ້ຮັບການຝຶກອົບຮົມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ປtສົບຜົນສຳເລັດສູງກວ່າເກົ່າ.
ຂ່າວ ແລະ ພາບໂດຍ: ກຶມມຸຄອນແກ້ວ