Submitted by xaiyphimphone on

ໃນຕອນເຊົ້າຂອງວັນທີ່ 29 ສິງຫາ 2016 ຢູ່ທີ່ສະຖາບັນຍຸຕິທໍາແຫ່ງຊາດ ກະຊວງຍຸຕິທໍາ ໄດ້ຈັດຊຸດຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ວຽກງານກວດກາຂຶ້ນ ໂດຍເປັນກຽດເຂົ້າຮວ່ມເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຄະນະພັກ, ຄະນະນຳກະຊວງຍຸຕິທຳ, ຜູ້ຕາງໜ້າພະແນກຍຸຕິທຳທົ່ວປະເທດ ແລະ ພາກສວ່ນກຽ່ວຂ້ອງເຂົ້າຮວ່ມທັງໝົດ 92 ທ່ານ.
ໃນພິທີ ທ່ານ ແສງພະຈັນ ວົງໂພທອງ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ທັງເປັນຄະນະຮັບຜິດຊອບຝຶກອົບຮົມ ໄດ້ຂຶ້ນຜ່ານບົດໂຄງການຝຶກອົບຮົມ ໂດຍທ່ານໄດ້ຍົກໃຫ້ເຫັນຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ກໍເພື່ອຍົກລະດັບຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງໃຫ້ແກ່ນັກສຳມະນາກອນຕໍ່ກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ວຽກງານກວດກາ ເປັນຕົ້ນ ແມ່ນຄວາມຮູ້ພື້ນຖານກຽ່ວຂໍ້ຂັດແຍ່ງທາງດ້ານເສດ ຖະກິດ, ການດຳເນີນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຄວາມຮູ້ພື້ນຖານກຽ່ວກັບວຽກງານກວດກາພັກ ແລະ ກວດກາລັດ ເພື່ອສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເຮັດໃຫ້ນັກສຳມະນາກອນສາມາດກຳແໜ້ນບັນດາຫຼັກການ, ລະບຽບການ ແລະ ມາດຕະການ ກຽ່ວກັບການຈັດຕັ້ງ, ການເຄື່ອນໄຫວດ້ານວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ວຽກງານກວດກາ.
ຫຼັງຈາກນັ້ນ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຊຸດຝຶກອົບຮົມ ຊື່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນໃນການຝຶກອົບຮົມໃນຄັ້ງນີ້ ແລະ ທ່ານໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮວ່ມຝຶກອົບຮົມທຸກຄົນ ຈົ່ງຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການໃນການເອົາໃຈໃສ່ສຶກສາຄົ້ນຄວ້າຮ່ຳຮຽນ ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຮັດໃຫ້ການຝຶກອົບຮົມໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ແລະ ແຜນການທີ່ວາງໄວ້ ການຝຶກອົບຄັ້ງນີ້ຈະດຳເນີນໄປຈົນເຖິງວັນທີ 9 ກັນຍາ 2016 ຈຶ່ງຈະປິດລົງ.
ຂ່າວໂດຍ: ອ່ອນຄຳ, ພາບໂດຍ: ວຽງໄຊ