Submitted by xaiyphimphone on

ເພື່ອເປັນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນລັດຖະທໍາມະນູນ ແຫ່ງ ສປປ ລາວ; ໃນລະຫວ່າງວັນທີ 10-12 ສິງຫາ 2016 ຜ່ານມານີ້ ສານປະຊາຊົນສູງສຸດ ໄດ້ເປັນເຈົ້າພາບໃນການຈັດການແຂ່ງຂັນກິລາ 4 ພາກສ່ວນ ປະກອບດ້ວຍ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສະພາແຫ່ງຊາດ ແລະ ກະຊວງຍຸຕິທຳ ຢູ່ທີ່ສະໜາມກິລາລ້ານຊ້າງ ຢູໄນເຕັດ, ບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ການແຂ່ງຂັນກິລາໃນຄັ້ງນີ້ມີ 3 ປະເພດກິລາຄື: ກິລາບານເຕະຍິງ-ຊາຍ; ກິລາເປຕັ້ງ ແລະ ກິລາມວນຊົນ. ໃນນັ້ນກິລາເປຕັ້ງໄດ້ແບ່ງອອກເປັນ 4 ປະເພດຄື: 1. ທີມນັກກິລາກິຕິມາສັກ, 2. ທີມນັກກິລາປະສົມຍິງ-ຊາຍ, 3. ທີມຊາວໜຸ່ມຍິງ ແລະ 4. ທີມຊາວໜຸ່ມຊາຍ.
ກ່ອນການແຂ່ງຂັນ ທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດ ໄດ້ກ່າວຈຸດປະສົງໃນການເປີດການແຂ່ງຂັນກິລາໃນຄັ້ງນີ້ ແມ່ນເພື່ອຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນລັດຖະທຳມະນູນ ຄົບຮອບ 25 ປີ ແລະ ຍັງເປັນການຮັດແໜ້ນຄວາມສາມັກຄີຂອງພະນັກງານລັດຖະກອນຂອງ 4 ພາກສ່ວນໃຫ້ແໜ້ນແຟ້ນກວ່າເກົ່າ. ການແຂ່ງຂັນດຳເນີນໄປດ້ວຍບັນຍາການຟົດຟື້ນ ແລະ ເບີກບານມ່ວນຊື່ນ; ຜົນການແຂ່ງຂັນສຳລັບກິລາເປຕັ້ງທີມກິຕິມາສັກ ຊະນະເລີດໄດ້ແກ່ ທີມນັກກິລາສານປະຊາຊົນສູງສຸດ ທີມ A, ຮອງຊະນະເລີດໄດ້ແກ່ ທີມນັກກິລາສານປະຊາຊົນສູງສຸດ ທີມ B; ທີມປະສົມຍິງ-ຊາຍ ຊະນະເລີດໄດ້ແກ່ ທີມນັກກິລາອົງການໄອຍະການປະຊາຊົນສູງສຸດ, ຮອງຊະນະເລີດໄດ້ແກ່ ທີມນັກກິລາສະພາແຫ່ງຊາດ; ທີມຊາວໜຸ່ມຍິງ ຊະນະເລີດໄດ້ແກ່ ທີມນັກກິລາສະພາແຫ່ງຊາດ, ຮອງຊະນະເລີດໄດ້ແກ່ ທີມນັກກິລາສານປະຊາຊົນສູງສຸດ; ທີມຊາວໜຸ່ມຊາຍ ຊະນະເລີດໄດ້ແກ່ ທີມນັກກິລາກະຊວງຍຸຕິທຳ, ຮອງຊະນະເລີດໄດ້ແກ່ ທີມນັກກິລາສານປະຊາຊົນສູງສຸດ. ກິລາມວນຊົນ ຊະນະເລີດໄດ້ແກ່ ທີມນັກກິລາສະພາແຫ່ງຊາດ, ຮອງຊະນະເລີດໄດ້ແກ່ ທີມນັກກິລາອົງການໄອຍະການປະຊາຊົນສູງສຸດ. ກິລາບານເຕະຍິງ ຊະນະເລີດໄດ້ແກ່ ທີມນັກກິລາສະພາແຫ່ງຊາດ, ຮອງຊະນະເລີດໄດ້ແກ່ ທີມນັກກິລາສານປະຊາຊົນສູງສຸດ. ກິລາບານເຕະຊາຍ ຊະນະເລີດໄດ້ແກ່ ທີມນັກກິລາກະຊວງຍຸຕິທຳ, ຮອງຊະນະເລີດໄດ້ແກ່ ທີມ ນັກກິລາອົງການໄອຍະການປະຊາຊົນສູງສຸດ.
ໃນຕອນທ້າຍໄດ້ມີການມອບລາງວັນ ແລະ ຊົມການສະແດງສິນລະປະ. ຈາກນັ້ນ ສານປະຊາຊົນສູງສຸດ ໄດ້ມອບຄັນທຸງໃຫ້ແກ່ສະພາແຫ່ງຊາດ ເພື່ອເປັນເຈົ້າພາບໃນການຈັດການແຂ່ງຂັນກິລາ 4 ພາກສ່ວນໃນປີຕໍ່ໄປ ແລະ ທ່ານ ຄໍາພາ ແສງດາລາ ຮອງປະທານສານປະຊາຊົນສູງສຸດ ກໍໄດ້ກ່າວປິດພິທີຢ່າງເປັນທາງການ.