Submitted by thongbang on

ໃນລະຫວ່າງວັນທີ 24 ກໍລະກົດ ຫາ 4 ສິງຫາ 2016 ຜ່ານມານີ້ ກົມທະບຽນສານ ໄດ້ລົງໄປເຄື່ອນໄຫວວຽກງານຢູ່ ແຂວງ ໄຊຍະບູລີ ໂດຍການນໍາພາຄະນະຂອງ ທ່ານ ປທ ນຽມ ສຸພັນຄໍ້າມະວົງ ຮອງຫົວໜ້າກົມທະບຽນສານ ກະຊວງຍຸຕິທໍາ ພ້ອມດ້ວຍພະນັກງານວິຊາການ 2 ທ່ານ. ຈຸດປະສົງການລົງໄປເຄື່ອນໄຫວວຽກງານໃນຄັ້ງນີ້ ແມ່ນເພື່ອປະສານສົມທົບກັບພະແນກຍຸຕິທໍາແຂວງ, ຫ້ອງການຍຸຕິທໍາເມືອງ ແລະ ຄະນະນໍາຂອງແຕ່ລະເມືອງ ເພື່ອເກັບກໍາຂໍ້ມູນສ້າງຕັ້ງໜ່ວຍງານທະບຽນສານຂຶ້ນໃນແຕ່ລະເມືອງ.
ໃນວັນທີ 25 ກໍລະກົດ 2016 ທ່ານຮອງຫົວໜ້າກົມ ພ້ອມດ້ວຍຄະນະກໍໄດ້ພົບປະເຮັດວຽກຮ່ວມກັບ ທ່ານ ທອງ ລາວເບຼຍຢາທໍ່ ຫົວໜ້າພະແນກຍຸຕິທໍາ ແຂວງໄຊຍະບູລີ ເພື່ອປືກສາຫາລືຄວາມເປັນເອກະພາບກັນໃນການ ລົງເກັບກໍາຂໍ້ມູນ ທີ່ຈະສະເໜີສ້າງຕັ້ງໜ່ວຍງານ ແລະ ເປົ້າໝາຍບຸກຄະລາກອນທີ່ຈະເໜີແຕ່ງຕັ້ງຮັບຜິດຊອບໜ່ວຍງານທະບຽນສານ ຊຶ່ງໃນບັນດາເມືອງທີ່ຍັງບໍ່ທັນມີໜ່ວຍງານທະບຽນສານທັງໝົດ 7 ເມືອງ ຄື: ເມືອງຊຽງ ຮ່ອນ, ເມືອງ ເງີນ, ເມືອງ ໄຊຍະບູລີ, ເມືອງ ໄຊສະຖານ, ເມືອງ ພຽງ, ເມືອງ ທົ່ງມີໄຊ ແລະ ເມືອງບໍ່ແຕນ. ໃນໄລຍະການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ທ່ານຮອງຫົວໜ້າກົມ ໄດ້ເຜີຍແຜ່ເອກະສານຈໍານວນ 2 ສະບັບ ເຊັນ ຄໍາສັ່ງຂອງນາຍົກ ສະບັບເລກທີ 10/ນຍ, ລົງວັນທີ 1 ເມສາ 2016 ວ່າດ້ວຍການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ, ກົດໝາຍວ່າດ້ວຍ ທະບຽນສານ ແລະ ນິຕິກໍາຈໍານວນໜຶ່ງ ໃຫ້ບັນດາພະແນກການ, ຫ້ອງ ການ, ອົງການຈັດຕັ້ງ, ບັນດາຫົວໜ່ວຍທຸລະກິດຕ່າງໆ ຕະຫຼອດຮອດອໍານາດການປົກຄອງບ້ານພາຍໃນແຂວງ ແລະ ບັນດາເມືອງ ຊຶ່ງມີຜູ້ເຂົ້າຮ່ວມຮັບຟັງທັງໝົດ ຈໍານວນ 1.037 ຄົນ, ຍິງ 267 ຄົນ.
ຜ່ານການເຜີຍແຜ່ເອກະສານດັ່ງກ່າວ ເຮັດໃຫ້ຜູ້ເຂົ້າຮ່ວມຮັບຟັງ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບວຽກງານທະບຽນສານ ເພາະວ່າເປັນວຽກງານໜຶ່ງທີ່ມີບົດບາດສໍາຄັນຂອງຂະແໜ່ງຍຸຕິທໍາ ໃນການສະກັດກັ້ນການລະເມີດລະບຽບ ກົດໝາຍ, ເນື່ອງຈາກວ່າ ວຽກງານທະບຽນສານມີພາລະບົດບາດໃນການຢັ້ງຢືນຄວາມຖືກຕ້ອງຕາມຄວາມເປັນຈິງ ແລະ ຕາມກົດໝາຍຂອງສັນຍາ ແລະ ເອກະສານອື່ນ ເພື່ອແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບ ທໍາຂອງຄູ່ສັນຍາ ແລະ ບຸກຄົນທີ່ກ່ຽວຂ້ອງ. ໄລຍະໃນການເຄື່ອນວຽກງານນັ້ນ ທ່ານຮອງຫົວໜ້າກົມ ຍັງໄດ້ເຮັດວຽກກັບບັນດາຫ້ອງການຍຸຕິທໍາເມືອງ ຕິດຕາມກວດກາວຽກງານຂອງໜ່ວຍງານທະບຽນສານ ພ້ອມທັງໄດ້ໃຫ້ຄໍາແນະກ່ຽວກັບບັນຫາທີ່ຍັງບໍ່ທັນເຂົ້າໃຈ ເປັນຕົ້ນໃຫ້ຊີ້ແຈ້ງໃຫ້ບັນດາອົງການຈັດຕັ້ງລັດ, ນິຕິບຸກຄົນ ແລະ ບຸກຄົນ ໃຫ້ໃຫ້ເຂົ້າໃຈກ່ຽວກັບຜົນຂອງການຢັ້ງຢືນຄວາມຖືກຕ້ອງຂອງອົງການທະບຽນສານ ເພື່ອຫຼຸດຜ່ອນຂໍ້ຂັດແຍ່ງທີ່ຈະເກີດຂຶ້ນໃນອານາຄົດ. ນອກຈາກນັ້ນ ຍັງໄດ້ເນັ້ນໜັກໃຫ້ພະນັກງານທະບຽນສານ ໄດ້ເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ມີຄວາມເຂັ້ມແຂງ, ການຄົ້ນຄວ້າເອກະສານໃຫ້ຮັດກຸມ, ຖືກຕ້ອງຕາມຄວາມເປັນຈິງ ແລະ ສອດຄ່ອງຕາມກົດໝາຍ. ພ້ອມກັນນັ້ນ, ກໍຍັງໄດ້ກໍານົດຂອບເຂດຄວາມຮັບຜິດຊອບໃນການຂໍຢັ້ງຢືນລະຫວ່າງສູນກາງ ແລະ ທ້ອງຖິ່ນ (ກະຊວງ, ແຂວງ ແລະ ເມືອງ) ກົມທະບຽນສານ, ຫ້ອງການທະບຽນສານ ແລະ ໜ່ວຍງານທະບຽນສານ.
ການເຄື່ອນໄຫວລົງເກັບກໍາຂໍ້ມູນໃນຄັ້ງນີ້ ໄດ້ດໍາເນີນໄປເປັນເວລາ 2 ອາທິດ, ຊຶ່ງຜ່ານການເກັບກໍາຂໍ້ມູນພາຍໃນ 7 ເມືອງ ຂອງແຂວງ ໄຊຍະບູລີ ຕາມເປົ້າໝາຍ ເຫັນວ່າ ມີ1 ເມືອງທີ່ບໍ່ສາມາດສ້າງຕັ້ງໜ່ວຍງານທະບຽນສານໄດ້. ສ່ວນອີກ 6 ເມືອງ ແມ່ນມີເງື່ອນໄຂຄົບຖ້ວນສາມາດການສ້າງຕັ້ງໄດ້ ໂດຍໃຫ້ຫ້ອງການຍຸຕິທໍາເມືອງ ນໍາສະເໜີເພື່ອສ້າງຕັ້ງໜ່ວຍງານເມືອງ ແລະ ແຕ່ງຕັ້ງພະນັກງານຮັບຜິດຊອບຕາມຂັ້ນຕອນຂອງກົດໝາຍ ໃນຂັ້ນຕໍ່ໄປ.
ບົດ ແລະ ຮູບພາບ ໂດຍ: ທອງບາງ ຮຸ່ງທະຈັກ (ກົມທະບຽນສານ ກະຊວງຍຸຕິທໍາ)