Submitted by xaiyphimphone on

ໂດຍປະຕິບັດຕາມຄຳແນະນຳ ຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 1039/ກຍ, ລົງວັນທີ 04 ທັນວາ 2015 ກ່ຽວກັບການຈັດຕັ້ງປະຕິບັດວຽກງານ 03 ສ້າງ ປະຈຳສົກປີ 2015-2016; ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2016 ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງ ແຂວງບໍ່ແກ້ວ ພະແນກຍຸຕິທຳແຂວງ ໄດ້ເປີດໂຄງການບຳລຸງກົດໝາຍໄລຍະສັ້ນ 45 ວັນ ຊຸດທີ V ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳຫຼ້າ ອຸດທະຍອດ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳ ແຂວງບໍ່ແກ້ວ ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄຳແປງ ໃຈຍະສັກ ຄະນະປະຈຳພັກແຂວງ, ຫົວນ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າພະແນກ, ອົງການລັດ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ຄູອາຈານທີ່ສິດສອນ ແລະ ສຳມະນາກອນ ເຂົ້າຮ່ວມທັງໝົດ 108 ທ່ານ, ຍິງ 30 ທ່ານ.
ຈຸດປະສົງໃນການເປີດຮຽນກົດໝາຍໄລະຍສັ້ນ 45 ວັນ ໃນຄັ້ງນີ້ ເພື່ອເຮັດໃຫ້ບັນດາພະນັກງານການນຳທີ່ເປັນຫຼັກແຫຼ່ງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກອ້ອມຂ້າງແຂວງ, ສອງກອງບັນຊາການ, ບັນດາວິສາຫະ ກິດ ແລະ ເມືອງຫ້ວຍຊາຍ ຊຶ່ງເປັນເມືອງເທດສະບານ ໄດ້ຮຽນຮູ້ກົດໝາຍຕ່າງໆທີ່ມີຄວາມຈຳເປັນ ແລະ ຕິດພັນກັບການດຳລົງຊີວິດປະຈຳວັນ.
ໃນພິທີ ພາຍຫຼັງຄະນະຈັດຕັ້ງໄດ້ສະເໜີຈຸດປະສົງແລ້ວ ກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍ່ແກ້ວ ກ່ຽວກັບການເປີດການຮຽນ-ການສອນກົດໝາຍ 45 ວັນ, ຜ່ານລາຍຊື່ແຕ່ງຕັ້ງຄູ, ອາຈານທີ່ຂຶ້ນຫ້ອງສິດສອນ ແລະ ສຳມະນາກອນທີ່ມາຮຽນທັງໝົດ 49 ທ່ານ, ຍິງ 11 ທ່ານ, ໃນພິທີໄດ້ຮັບຟັງການໂອ້ລົມຂອງ ທ່ານ ຄຳແປງ ໃຈຍະສັກ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມຈຳເປັນ, ຄວາມໝາຍ ແລະ ຄວາມສຳຄັນຂອງການເຂົ້າຮ່ວມບໍາລຸງກົດໝາຍໄລຍະສັ້ນ 45 ວັນຄັ້ງນີ້ ຊຶ່ງແມ່ນບາດກ້າວໃໝ່ທີ່ບຸກທະລຸທາງດ້ານຈິນຕະນາການ ໃນການພັດທະນາຊັບພະຍາກອນມະນຸດ ຂອງບັນດາພະນັກງານນຳພາຄຸ້ມຄອງທີ່ເປັນຫຼັກແຫຼ່ງຢູ່ແຕ່ລະພະແນກການ, ເພີ່ມທະວີຄວາມຮັບຮູ້ທາງດ້ານກົດໝາຍໃຫ້ສູງຂຶ້ນ ໃນເງື່ອນໄຂທີ່ ສປປ ລາວ ໄດ້ເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ. ສະນັ້ນ, ການປົກຄອງຕ້ອງພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ ຊຶ່ງປ່ຽນແປງຈາກການປົກຄອງດ້ວຍມະຕິ ແລະ ຄຳສັ່ງໃນເມື່ອກ່ອນ, ພ້ອມທັງສ້າງລັດແຫ່ງ ສປປ ລາວເຮົາໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ. ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບຕ້ອງປະສານງານກັນໃຫ້ດີ, ຕໍ່ກັບຄູ, ອາຈານ ທີ່ມາຈາກຫຼາຍພາກສ່ວນ ຕ້ອງມີການກະ ກຽມບົດສອນໃຫ້ດີ ເພື່ອໃຫ້ສຳມະນາກອນເຂົ້າໃຈງ່າຍ, ຈື່ງ່າຍ ແລະ ຈື່ໄດ້ດົນ. ສຳລັບນັກສຳມະນາກອນ ກໍຕ້ອງຕັ້ງໃຈຮ່ຳຮຽນ ໂດຍມີການສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ຍົກໃຫ້ເຫັນພຶດຕິກຳສົມທຽບກັບບົດຮຽນຕົວຈິງໃຫ້ຫຼາຍ. ຊຸດບຳລຸງກົດໝາຍໄລຍະສັ້ນນີ້ ປະກອບມີ 28 ວິຊາຮຽນ, 21 ໜ່ວຍກິດ, 315 ຊົ່ວໂມງ ໂດຍໃຊ້ເວລາຮໍ່າຮຽນ 45 ວັນ ຊຶ່ງຈະດຳເນີນສຳເລັດໃນທ້າຍເດືອນສິງຫາ 2016 ນີ້.
![]() |
![]() |