Submitted by xaiyphimphone on

ໃນລະຫວ່າງວັນທີ 31 ພຶດສະພາ ຫາ ວັນທີ 4 ມິຖຸນາ 2016 ທີ່ຜ່ານມາ ນຳພາໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ ພ້ອມດ້ວຍຄະນະນຳກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໂດຍການຕ້ອນຮັບ ຂອງ ທ່ານ ເລແທ໋ງລອງ ລັດຖະ ມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ທັງສອງຝ່າຍໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນໃຫ້ກັນຊາບ, ໄດ້ແລກປ່ຽນ, ຖອດຖອນບົດຮຽນ ແລະ ຕີລາຄາ ສະພາບການຮ່ວມມື ໃນໄລຍະຜ່ານມາ ແລະ ວຽກງານທີ່ຈະສືບ ຕໍ່ຮ່ວມມືກັນໃນຕໍ່ໜ້າ ຊຶ່ງໄດ້ມີພິທີເຊັນບົດບັດທຶກຊ່ວຍຈຳການຮ່ວມມື ລະຫວ່າງ ສອງສະຖາບັນຍຸຕິທຳລາວ-ຫວຽດນາມ.
|
ນອກຈາກນັ້ນ, ຄະນະ ກໍໄດ້ຢ້ຽມຂໍ່ານັບ ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີ, ທ່ານ ອ່ວງ ຈູ່ລີ່ວ ຮອງປະທານສະພາ, ຢ້ຽມຢາມ ທ່ານ ປະທານສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ທ່ານ ຜູ້ອຳນວຍການມະຫາວິທະຍາໄລກົດໝາຍ ຮ່າໂນ່ຍ ແລະ ຢ້ຽມຢາມ ທ່ານ ເລຂາພັກແຂວງ ນິ່ງບິງ, ພະແນກຍຸຕິທຳແຂວງ ເພື່ອພົບປະແລກປ່ຽນວຽກງານການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແລະ ວຽກງານອື່ນໆຈຳນວນໜຶ່ງ. ການຢ້ຽມຢາມ ສສ ຫວຽດນາມໃນຄັ້ງນີ້ ຖືເປັນການພົວພັນຮ່ວມມື ລະຫວ່າງ ສອງກະຊວງ ຍຸຕິທຳ ລາວ-ຫວຽດນາມ ໃນການສ້າງລັດປົກຄອງດ້ວຍກົດໝາຍ ເວົ້າລວມ ເວົ້າສະເພາະແມ່ນເປັນຂີດໝາຍສຳຄັນໃນການຮ່ວມມືພັດທະນາວຽກງານຂະແໜງຍຸຕິທຳ ຂອງສອງປະເທດ ແຕ່ນີ້ຮອດ ປີ 2020.
ທ່ານ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂ່ຳນັບ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ |
ທ່ານ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂ່ຳນັບ ທ່ານຮອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ |
ທ່ານ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ຢ້ຽມຢາມວິທະຍາໄລກົດໝາຍ ຮ່າໂນຍ ແຫ່ງ ສສ ຫວຽດນາມ |